ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ

(VOVWORLD) -ຕອນບ່າຍວັນທີ 11 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງໃນບັນດາເຜົ່າສ່ວນໜ້ອຍຢູ່ແຂວງ ບາເຣ້ຍ - ວຸ້ງເຕົາ, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ
ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ຕ້ອນຮັບຄະນະຜູ້ແທນຜູ້ທີ່ມີອິດທິພົນຊື່ສຽງໃນບັນດາເຜົ່າຢູ່ແຂວງ ບາເຣ້ຍ - ວຸ້ງເຕົາ

ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ຢືນຢັນວ່າ ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງພໍ່ແມ່ປະຊາຊົນ ບັນດາເຜົ່າສ່ວນໜ້ອຍ. ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທີ້ງ ສະແດງຄວາມຫວັງວ່າ ບັນດາຜູ້ແທນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ, ສູ້ຊົນເພື່ອນຳ ແຂວງ ບາເຣ້ຍ - ວຸ້ງເຕົາກາຍເປັນຈຸດສຸມພັດທະນາເສດຖະກິດ ບໍ່ພຽງແຕ່ຂອງເຂດທາງທິດຕາເວັນອອກພາກໃຕ້ເທົ່ານັ້ນ, ຫາກຍັງແມ່ນຂອງທົ່ວປະເທດອີກດ້ວຍ. 

ຕອບກັບ

ຂ່າວ/ບົດ​ອື່ນ