ລັດເຊຍ ກຽມພ້ອມຮ່ວມມືກັບ ອາເມລິກາ ກ່ຽວກັບສະພາບການຢູ່ຊີຣີ

ລັດເຊຍ ກຽມພ້ອມຮ່ວມມືກັບ ອາເມລິກາ ກ່ຽວກັບສະພາບການຢູ່ຊີຣີ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ແລະ ຄູ່​ຕຳ​ແໜ່ງ ອາ​ເມ​ລິ​ກາ

(vovworld) – ວັນ​ທີ 29/4, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໄດ້​ປະ​ກາດ​ວ່າ ມົດ​ສະ​ກູ ກຽມ​ພ້ອມ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ ໃນ​ການ​ແກ້​ໄຂວິ​ກິດ​ການ​ຢູ່​ຊີ​ຣີ, ກໍ່​ຄື​ຮ່ວມ​ມື​ຮອບ​ດ້ານກ່​ວາ​ໃນ​ບັ້​ນ​ຮົບ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ. ວົງ​ການ​ເຈົ້າ​ໜ້າ​ທ​ີ ລັດ​ເຊຍ ກໍ່​ຫວັງ​ວ່າ ກຳ​ລັງ​ປະ​ກອບ​ອາ​ວຸດ​ຝ່າຍ​ຄ້ານ​ຢູ່ ຊີ​ຣີ ຈະ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຢູ່ ນະ​ຄອນຫຼວງ Astana ( ປະ​ເທດ ກາ​ຢັກ​ສະ​ຖານ) ໃນ​ວັນ​ທີ 3 -4/5 ຈະ​ມາ​ເຖິງ.

        ເຖິງ​ຢ່າງ​ໃດ​ກໍ່​ຕາມ, ວົງ​ກ​ານ​ນັກ​ໄຈ້​ແຍ​ກ​ຖື​ວ່າ: ການ​ພົວ​ພັນ ລັດ​ເຊ​ຍ - ອາ​ເມ​ລິ​ກາ ໄດ້ຮັບ​ຖື​ວ່າ​ພວມ​ຖືກ​ຕົກຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ພາຍຫຼັງ​ທີ່ອ​ຳ​ນາດ​ການ​ປົກ​ຄອງ ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ອອກ​ຄຳ​ສັ່ງ​ບຸກ​ໂຈ​ມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ເຂົ້າ​ຖານ​ທີ່​ໝັ້ນ Shayrat, ​ເຊິ່ງ​ແມ່ນໜຶ່ງ​ໃນຈຳ​ນວນ 4 ຖານ​ທີ່​ໝັ້ນ​ຂອງກອງ​ທ​ັບ​ອາ​ກາດ​ຢູ່​ພາກ​ກາງ ຊີ​ິີ​ຣີ, ດ້ວຍ​ສາຍ​ເຫດ​ໂຕ​້​ຕອບ​ການ​ບຸກ​ໂຈມ​ຕີ​ທີ່​ຖືກ​ສົງ​ໄສ​​ວ່າ​ໄດ້ໃຊ້​ອາ​ວຸດ​ເຄ​ມີ​ຢູ່ Idlib ເຮັດ​ໃຫ້​ສາ​ມັນ​ຊົນ​ນັບ​ສິ​ບ​ຄົນ​ເສຍ​ຊີ​ວິດ​ຢູ່​ປະ​ເທດ​ຕາ​ເວັນ​ອ​ອກ​ກາງນີ້.


ຕອບກັບ

ຂ່າວ/ບົດ​ອື່ນ