ລັດເຊຍ, ຈີນ ປຶກສາຫາລືສົມທົບກັນເຄື່ອນໄຫວໃນບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 13 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Gennady Gatilov ໄດ້ປຶກສາຫາລືກັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ມົດສະກູ ຫຼີຫວນ ກ່ຽວກັບເລື່ອງ ມົດສະກູ ແລະ ປັກກີງ ສົມທົບກັນເຄື່ອນໄຫວກ່ຽວກັບບັນຫາ ສປປ.ເກົາຫຼີ ໃນຂອບເຂດສະພາຄວາມໝັ້ນຄົງ ສະຫະປະຊາຊາດ.
ລັດເຊຍ, ຈີນ ປຶກສາຫາລືສົມທົບກັນເຄື່ອນໄຫວໃນບັນຫາ ສປປ.ເກົາຫຼີ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ Gennady (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ໃນວັນດຽວກັນ, ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ຖືວ່າ: ເລື່ອງ ອາເມລິກາ ສະແດງກຳລັງແຮງການທະຫານຢູ່ ສ.ເກົາຫຼີ ຈະກໍ່ຜົນຮ້າຍຢ່າງຮ້າຍແຮງໃນທົ່ວພາກພື້ນ. ມົດສະກູ ຮຽກຮ້ອງ ວໍຊິງຕັນ ແລະ ພຽງຢາງ ພົບປະເຈລະຈາ ເພື່ອຊອກຫາມາດຕະການດ້ານການເມືອງໃຫ້ແກ່ບັນຫາໃນແຫຼມ ເກົາຫຼີ.

        ກໍ່ກ່ຽວຂ້ອງເຖິງບັນຫາ ສປປ.ເກົາຫຼີ, ໃນຖະແຫຼງການຄັ້ງຫລ້າສຸດ, ໂຄສົກກະຊວງການຕ່າງປະເທດ ອາເມລິກາ Heather Nauert ຢືນຢັນວ່າ: ປະເທດນີ້ ພ້ອມແລ້ວທີ່ຈະເຈລະຈາກັບ ສປປ.ເກົາຫຼີ “ໃນຈຸດເວລາອັນເໝາະສົມ”, ແຕ່ປັດຈຸບັນ ສິ່ງນີ້ຍັງເປັນໄປບໍ່ໄດ້ເທື່ອ ຍ້ອນ ພຽງຢາງ ບໍ່ສະແດງໃຫ້ເຫັນ ບໍ່ວ່າສັນຍານໃດໆ ກ່ຽວກັບເລື່ອງ ເຂົາເຈົ້າພ້ອມແລ້ວທີ່ຈະຢຸດຕິການເຄື່ອນໄຫວທົດລອງລຸກສອນໄຟ ແລະ ນິວເຄຼຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ