ລັດເຊຍ ຈະແລກປ່ຽນສິນຄ້າກັບ ອີຣານ ດ້ວຍສະກຸນເງິນພາຍໃນ ແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດຂອງ ອາເມລິກາ

(VOVWORLD) - ວັນທີ 18 ພະຈິກ, ທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Alexander Novak, ທັງເປັນປະທານຄະນະກຳມະການລະຫວ່າງລັດຖະບານ ລັດເຊຍ - ອີຣານ, ໃຫ້ຮູ້ວ່າ: 
ລັດເຊຍ ຈະແລກປ່ຽນສິນຄ້າກັບ ອີຣານ ດ້ວຍສະກຸນເງິນພາຍໃນ ແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດຂອງ ອາເມລິກາ - ảnh 1ທ່ານລັດຖະມົນຕີກະຊວງພະລັງງານ ລັດເຊຍ Alexander Novak ພາບ:AFP/TTXVN  

ລັດເຊຍ ອາດຈະດຳເນີນການຊຳລະເງິນກັບ ອີຣານ ດ້ວຍສະກຸນເງິນພາຍໃນ ເພື່ອສືບຕໍ່ການພົວພັນຮ່ວມມື 2 ຝ່າຍ ໂດຍບໍ່ຫົວຊາຕໍ່ບັນດາຄຳສັ່ງລົງໂທດຂອງ ອາເມລິກາ ທີ່ແນໃສ່ ເຕເຮຣານ.

       ທ່ານ Alexander Novak ຊີ້ແຈ້ງວ່າ ລັດເຊຍ ບໍ່ຍອມຮັບບັນດາມາດຕະການລົງໂທດຂອງ ອາເມລິກາ ຕ້ານ ອີຣານ, ເຊິ່ງໄດ້ປະກາດພຽງລຳພັງຝ່າຍດຽວ, ບໍ່ໄດ້ຮັບການໃຫ້ສັດຕະຍາບັນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານ Alexander Novak ຢືນຢັນວ່າ ລັດເຊຍ ຈະສືບຕໍ່ຊອກຫາບັນດາກົນໄກໃຫ້ແກ່ການຮ່ວມມື ແລະ ໜຶ່ງໃນຈຳນວນນັ້ນ ແມ່ນດຳເນີນການເຄື່ອນໄຫວແລກປ່ຽນສິນຄ້າດ້ວຍສະກຸນເງິນພາຍໃນ.

       ແລະກໍ່ໃນວັນດຽວກັນ, ທ່ານ Dmitry Peskov ໂຄສົກວັງ Kremlin ຖະແຫຼງວ່າ ລັດເຊຍ ພວມພັດທະນາການພົວພັນກັບບັນດາປະເທດພາກພື້ນ ອາຊີ - ປາຊີຟິກ ຢ່າງບໍ່ຢຸດຢັ້ງ ແລະ ຫຼີກລ້ຽງທຸກການກະທຳປ່ຽນແປງຢ່າງກະທັນຫັນໃນນະໂຍບາຍການຕ່າງປະເທດຂອງ ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ