ລັດເຊຍ ຕີລາຄາສູງບັນດາບຸລິມະສິດໂຄງການດຳເນີນງານຂອງ ຫວຽດນາມ ຢູ່ APEC 2017

(VOVWORLD) - ວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ມົດສະກູ ຂອງສະຫະພັນລັດເຊຍ ໄດ້ຈັດຕັ້ງກອງປະຊຸມໂຕະມົນ “APEC 2017: ໝາກຜົນ, ບັນຫາ ແລະ ແງ່ຫວັງຫຼັງປີ 2020”. 

ລັດເຊຍ ຕີລາຄາສູງບັນດາບຸລິມະສິດໂຄງການດຳເນີນງານຂອງ ຫວຽດນາມ ຢູ່ APEC 2017 - ảnh 1 ກອງປະຊຸມສຳມະນາຢູ່ ມົດສະກູ

(ພາບ: Vietnam+)

ເກືອບ 20 ບົດປະກອບຄວາມເຫັນທີ່ກອງປະຊຸມສຳມະນາ ໄດ້ສະແດງວິທີສຳພັດຢ່າງມີວິທະຍາສາດ ແລະ ມີພື້ນຖານຂອງວົງການນັກຊ່ຽວຊານ ລັດເຊຍ ສຳລັບບັນຫາການຮ່ວມມືໃນຂອບເຂດ APEC, ໃນນັ້ນທີ່ຕັ້ງພິເສດໄດ້ສະຫງວນໃຫ້ແກ່ການຮ່ວມມືກັບ ຫວຽດນາມ ຄື: ເປີດປະຕູໃນພາກພື້ນ ອາຊຽນ ເວົ້າສະເພາະ ແລະ ອາຊີ ເວົ້າລວມ. ບັນດາບັນຫາໃນການຮ່ວມມືລັດເຊຍ - ຫວຽດນາມ ໄດ້ໄຈ້ແຍກຈາກສາຍເຫດ, ຈຸດປະສົງ, ບັນດາທິດທາງ, ສະພາບການຕົວຈິງ ຕະຫຼອດຮອດແງ່ຫວັງ. ການເຂົ້າຮ່ວມຂອງ ຫວຽດນາມ ດ້ວຍຖານະເປັນປະເທດເຈົ້າພາບ ແລະ ການເຂົ້າຮ່ວມຂອງລັດເຊຍ ໃນກອງປະຊຸມສຸດຍອດ APEC ຈະມາເຖິງຢູ່ນະຄອນ ດ່ານັ້ງ ໄດ້ຮັບການຕີລາຄາສູງຢູ່ໃນແງ່ມູມເສດຖະກິດ ແລະ ການເມືອງ ໃນສະພາບການ ລັດເຊຍ ພວມຫັນເປັນຫຼາຍຮູບຫຼາຍແບບກ່ວາອີກໃນບັນດາຂໍ້ຕົກລົງການຄ້າ, ຊອກຫາ ແລະ ກວມເອົາຕະຫຼາດ, ສ່ວນ ຫວຽດນາມ ພວມຢືນຢູ່ຕໍ່ໜ້າກາລະໂອກາດສະດວກເພື່ອແຊກຊຶມຕະຫຼາດທີ່ກ້ວາງໃຫຍ່ ນັ້ນແມ່ນສະຫະພັນເສດຖະກິດ ອາຊີ - ເອີລົບ ໂດຍພື້ນຖານເສດຖະກິດ ລັດເຊຍ ນຳໜ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ