ລັດເຊຍ ຖື ອາຊຽນ ແມ່ນຄູ່ຮ່ວມມືຄວາມໝັ້ນຄົງສຳຄັນຢູ່ພາກພື້ນ

(VOVWORLD) - ວັນທີ 4 ມິຖຸນາ, ທ່ານ Alexander Fomin, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ໄດ້ຢືນຢັນວ່າ ລັດເຊຍ ຖືບັນດາປະເທດ ອາຊຽນ ຄືຄູ່ຮ່ວມມືຍຸດທະສາດສຳຄັນໃນບັນຫາຮັບປະກັນຄວາມໝັ້ນຄົງ ແລະ ຄວາມສະຖຽນລະພາບໃນພາກພື້ນ. 


ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງຄວາມໝັ້ນຄົງ ອາຊີ ຫຼືເອີ້ນວ່າ ການເຈລະຈາ Shangri – La ຄັ້ງທີ 16 ຈັດຕັ້ງຢູ່ ສິງກະໂປ, ທ່ານຮອງລັດຖະມົນຕີ Alexander Fomin ໄດ້ຊີ້ແຈ້ງຫຼັກໝັ້ນນີ້ໄດ້ຮັບຮູ້ທີ່ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດ ລັດເຊຍ ແລະ ບັນດາປະເທດສະມາຊິກ ອາຊຽນ. ໃນການພົບປະຢູ່ລັດເຊຍ ເມື່ອວັນທີ 26 ເມສາ ຜ່ານມາ, ບັນດາຝ່າຍລ້ວນແຕ່ເຫັນດີວາງອອກຫຼາຍທິດທາງເພື່ອແນໃສ່ພັດທະນາການພົວພັນຮ່ວມມື ລັດເຊຍ - ອາຊຽນ, ໃນນັ້ນສຸມໃສ່ເຂົ້າບັນຫາຕ້ານກໍ່ການຮ້າຍ, ຄວາມໝັ້ນຄົງໃນການເດີນເຮືອ, ໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ