ລັດເຊຍ: ບັນດາໂຄງການລັດເຊຍ-ສ.ເກົາຫຼີ-ສປປ.ເກົາຫຼີ ຈະຊ່ວຍແກ້ໄຂວິກິດການສປປ.ເກົາຫຼີ

(VOVWORLD) -ວັນທີ 17 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ສະແດງຄວາມເຊື່ອໝັ້ນຕໍ່ການພັດທະນາຂອງບັນດາໂຄງການ 3 ຝ່າຍ ລັດເຊຍ - ສ.ເກົາຫຼີ - ສປປ.ເກົາຫຼີ ຈະຕັ້ງໜ້າປະກອບສ່ວນໃຫ້ແກ່ເປົ້າໝາຍແກ້ໄຂວິກິດການໃນແຫຼມເກົາຫຼີ.

ລັດເຊຍ: ບັນດາໂຄງການລັດເຊຍ-ສ.ເກົາຫຼີ-ສປປ.ເກົາຫຼີ ຈະຊ່ວຍແກ້ໄຂວິກິດການສປປ.ເກົາຫຼີ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov

(ພາບ: AFP/TTXVN)

ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການເຈລະຈາຢູ່ມົດສະກູ ກັບຄູ່ຕຳແໜ່ງສ.ເກົາຫຼີ Kang Kyung wha, ທ່ານ Sergei Lavrov ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າໄດ້ປຶກສາຫາລືແງ່ຫວັງຮ່ວມມື 3 ຝ່າຍ, ດ້ວຍການເຂົ້າຮ່ວມຂອງສປປ.ເກົາຫຼີ, ກ່ຽວຂ້ອງເຖິງໂຄງການເສັ້ນທາງລົດໄຟຂ້າມຊາດ, ການສ້າງລະບົບນ້ຳມັນ ແລະ ສາຍສົ່ງໄຟຟ້າ. ປະຈຸບັນ, ບັນດາໂຄງການດັ່ງກ່າວຍັງແມ່ນແຜນການ, ແຕ່ພວກຂ້າພະເຈົ້າເຊື່ອແນ່ວ່າຈະປະຕິບັດໃນພາກຕົວຈິງ, ຍ້ອນບັນດາແຜນການດັ່ງກ່າວອາດຈະສ້າງເງື່ອນໄຂເພື່ອບັນລຸແງ່ຫວັງໃນການແກ້ໄຂບັນດາບັນຫາໃນແຫຼມເກົາຫຼີ”.

        ທ່ານລັດຖະມົນຕີ Sergei Lavrov ເນັ້ນໜັກວ່າ, ລັດເຊຍ ແລະ ສ.ເກົາຫຼີ ເຫັນດີຄວນມານະພະຍາຍາມເພື່ອແກ້ໄຂວິກິດການໃນແຫຼມເກົາຫຼີ. ທັງ 2 ຝ່າຍ ລ້ວນແຕ່ຕີລາຄາວ່າ ມາດຕະການແກ້ໄຂດ້ານການເມືອງແມ່ນວິທີໜຶ່ງດຽວທີ່ສາມາດເປັນໄປໄດ້ ເພື່ອບັນລຸວິວັດທະນາການແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ