ລັດເຊຍ ຢືນຢັນວ່າ ຈະຕອບໂຕ້ ອາເມລິກາ ກ່ຽວກັບການຈັດວາງອັດຕາພາສີເຫຼັກກ້າ ແລະ ອາລູມີນຽມ

(VOVWORLD) - ວັນທີ 19 ມິຖຸນາ, ກະຊວງເສດຖະກິດ ລັດເຊຍ ປະກາດວ່າ: ລັດເຊຍ ຈະຈັດວາງອັດຕາພາສີສຳລັບບາງຜະລິດຕະພັນທີ່ນຳເຂົ້າຈາກ ອາເມລິກາ

ເພື່ອແນໃສ່ຕອບໂຕ້ການກະທຳທີ່ຄ້າຍຄືກັນຂອງ ອາເມລິກາ ແນໃສ່ຜະລິດຕະພັນ ອາລູມີນຽມ ແລະ ເຫຼັກກ້າທີ່ນຳເຂົ້າຈາກ ລັດເຊຍ. ທ່ານລັດຖະມົນຕີກະຊວງເສດຖະກິດ ລັດເຊຍ Maxim Oreshkin ໃຫ້ຮູ້ວ່າ: ບັນດາອັດຕາພາສີແມ່ນ ເພື່ອຈະເລັ່ງໃສ່ບັນດາປະເພດສິນຄ້ານຳເຂົ້າ ເຊິ່ງຢູ່ ລັດເຊຍ ມີຜະລິດຕະພັນຄ້າຍຄືກັນ ແລະ ບໍ່ກໍ່ຜົນສະທ້ອນເຖິງເສດຖະກິດມະຫາພາກຂອງປະເທດນີ້.

        ກ່ອນໜ້ານັ້ນ, ໃນເດືອນພຶດສະພາ, ລັດເຊຍ ໄດ້ແຈ້ງໃຫ້ WTO ຊາບກ່ຽວກັບກໍລະນີ ຈັດວາງອັດຕາພາສີສຳລັບສິນຄ້າຂອງ ອາເມລິກາ ດ້ວຍມູນຄ່າຂຶ້ນເຖິງ 537,6 ລ້ານ USD/ປີ ເພື່ອຕອບໂຕ້ເລື່ອງ ອາເມລິກາ ຈັດວາງອັດຕາພາສີນຳເຂົ້າ 25% ສຳລັບເຫຼັກກ້າ ແລະ 10% ສຳ ລັບອາລູມີນຽມ.

ຕອບກັບ

ຂ່າວ/ບົດ​ອື່ນ