ລັດເຊຍ ສົ່ງຈົດໝາຍທາງການຄັດຄ້າຍເລື່ອງ ອາເມລິກາ ລະເມີດຊັບສິນການທູດ

(VOVWORLD) -ວັນທີ 17 ສິງຫາ, ກະຊວງການຕ່າງປະເທດ ລັດເຊຍ ໄດ້ສົ່ງຈົດໝາຍທາງການຄັດຄ້ານເຖິງກະຊວງການຕ່າງປະເທດ ອາເມລິກາ ຍ້ອນວໍຊິງຕັນ ສືບຕໍ່ “ລະເມີດຢ່າງເປີດແປນ” ບັນດາມາດຖານຂອງກົດໝາຍສາກົນ ສໍາລັບຊັບສິນການທູດຂອງ ລັດເຊຍ ໃນດິນແດນຂອງປະເທດນີ້.
ລັດເຊຍ ສົ່ງຈົດໝາຍທາງການຄັດຄ້າຍເລື່ອງ ອາເມລິກາ ລະເມີດຊັບສິນການທູດ - ảnh 1(ພາບປະກອບ: Reuters) 

ຈົດໝາຍທາງການ ໄດ້ເນັ້ນໜັກວ່າ ຜົນຮ້າຍຢ້ອນຫຼັງຂອງສະພາບປະຈຸບັນໄດ້ “ເກີນຂອບເຂດການພົວພັນສອງຝ່າຍ ແລະ ເຕະຕ້ອງເຖິງຜົນປະໂຫຍດຂອງທົ່ວວົງຄະນະຍາດສາກົນ”. ກະຊວງການຕ່າງປະເທດລັດເຊຍ ກໍໄດ້ຕັກເຕືອນວ່າ ທີ່ສໍານັກງານຂອງອົງການຕາງໜ້າ ແລະ ສະຖານກົງສູນໃນດິນແດນຂອງອາເມລິກາ ຍັງມີຊັບສົມບັດສ່ວນຕົວຂອງລັດຖະກອນ ແລະ ບັນດາສະມາຊິກໃນຄອບຄົວຂອງເຂົາເຈົ້າອີກດ້ວຍ. ດັ່ງນັ້ນ, ມົດສກູ ຮຽກຮ້ອງໃຫ້ ວໍຊິງຕັນ ຮັບປະກັນໃຫ້ຜູ້ກ່ຽວຂ້ອງສາມາດເຂົ້າໄປບັນດາສະຖານທີ່ນັ້ນ ເພື່ອເກັບເອົາຄືນຊັບສົມບັດຂອງຕົນ. ກະຊວງການຕ່່າງປະເທດລັດເຊຍ ກໍໄດ້ຮຽກຮ້ອງໃຫ້ອາເມລິກາ ຕອບສະໜອງຂໍ້ມູນ “ກ່ຽວກັບບັນດາມາດຕະການ ເຊິ່ງອໍານາດການປົກຄອງ ອາເມລິກາ ໄດ້ນໍາໃຊ້ໃນໄລຍະຜ່ານມາ ເພື່ອຈຸດປະສົງຮັບປະກັນຄວາມປອດໄພ ແລະ ຮັກສາຊັບສົມບັດ”. ກະຊວງການຕ່າງປະເທດລັດເຊຍ ໄດ້ກ່າວເຕືອນວ່າ ມົດສະກູຈະສືບຕໍ່ນໍາໃຊ້ບັນດາມາດຕະການໂຕ້ຕອບ ຖ້າຫາກ ອາເມລິກາ ຍັງລະເມີດບັນດາມາດຕະຖານດ້ານກົດໝາຍສາກົນ ສໍາລັບຊັບສິນການທູດຂອງລັດເຊຍ ໃນດິນແດນຂອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ