ລັດເຊຍ, ອີຣານ ແລະ ຕວກກີ ເຫັນດີໃນເບື້ອງຕົ້ນກ່ຽວກັບກຳມາທິການລັດຖະທຳມະນູນ ຊີຣີ

(VOVWORLD) - 3 ປະເທດ ອີຣານ, ລັດເຊຍ ແລະ ຕວກກີ ໄດ້ດຳເນີນການເຈລະຈາກ່ຽວກັບເລື່ອງສ້າງຕັ້ງກຳມາທິການລັດຖະທຳມະນູນ ຊີຣີ, ກໍ່ຄືວິທີການເຄື່ອນໄຫວຂອງກຳມາທິການນີ້.
ລັດເຊຍ, ອີຣານ ແລະ ຕວກກີ ເຫັນດີໃນເບື້ອງຕົ້ນກ່ຽວກັບກຳມາທິການລັດຖະທຳມະນູນ ຊີຣີ - ảnh 1ລັດຖະມົນຕີການຕ່າງປະເທດ ອີຣານ Mohammad Javad Zarif, ລັດຖະມົນຕີການຕ່າງປະເທດ ລັດເຍ Sergei Lavrov ແລະ ລັດຖະມົນຕີການຕ່າງປະເທດ ຕວກກີ Mevlut Cavusoglu (ພາບ: AFP/TTXVN)

ທີ່ກອງປະຊຸມໃນວັນທີ 19 ມິຖຸນາ ຢູ່ ເຊີແນວ, ປະເທດ ສະວິດ, ຜູ້ຕາງໜ້າ 3 ປະເທດ ດັ່ງກ່າວ ໄດ້ມີບັນດາການແລກປ່ຽນທີ່ມີລັກສະນະສ້າງສັນ ແລະ ປຶກສາຫາລືຄວາມໝາຍກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການສ້າງຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການຮຽບຮຽງລັດຖະທຳມະນູນ ຊີຣີ.

        ເດືອນ ມັງກອນ ປີນີ້, ກອງປະຊຸມໃຫຍ່ສົນທະນາກ່ຽວກັບຊົນຊາດ ຊີຣີ ໂດຍ ລັດເຊຍ ອຸປະຖຳ ທີ່ໄດ້ດຳເນີນຢູ່ນະຄອນ Sochi ນັ້ນແມ່ນແນໃສ່ຊອກຫາຄວາມເຫັນດີເຫັນພ້ອມກ່ຽວກັບວິວັດທະນາການປະຕິຮູບລັດຖະທຳມະນູນ ແລະ ເລື່ອງຈັດຕັ້ງບັນດາການເລືອກຕັ້ງໂດຍສະຫະປະຊາຊາດຕິດຕາມກວດກາຢູ່ ຊີຣີ. ກອງປະຊຸມໃຫຍ່ ໄດ້ຮັບຮອງເອົາເອກະສານສຳຄັນ 3 ສະບັບ, ໃນນັ້ນ ມີບັນຊີລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງເຂົ້າເປັນສະມາຊິກກຳມາທິການຄົ້ນຄວ້າບັນດາບັນຫາທີ່ກ່ຽວຂ້ອງເຖິງການຮຽບຮຽງລັດຖະທຳມະນູນ ຫຼື ເອີ້ນວ່າກຳມາທິການລັດຖະທຳມະນູນ ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ