ລັດເຊຍ, ອາເມລິກາມານະພະຍາຍາມຮັກສາຍຸດທະສາດໃຫ້ມີສະຖຽນລະພາບ

(VOVWORLD) -ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ປຶກສາຫາລືກັບທີ່ປຶກສາດ້ານປ້ອງກັນຄວາມໝັ້ນຄົງແຫ່ງຊາດອາເມລິກາ John Bolton ກ່ຽວກັບສົງຄາມຕ້ານການກໍ່ການຮ້າຍ ກໍຄືບັນຫາຮັກສາຍຸດທະສາດໃຫ້ມີສະຖຽນລະພາບ.

ລັດເຊຍ, ອາເມລິກາມານະພະຍາຍາມຮັກສາຍຸດທະສາດໃຫ້ມີສະຖຽນລະພາບ - ảnh 1 ທີ່ປຶກສາດ້ານປ້ອງກັນຄວາມໝັ້ນຄົງແຫ່ງຊາດອາເມລິກາ John Bolton

(ພາບປະກອບ: The Hill)

ກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ, ເຈົ້າໜ້າທີ່ 2 ທ່ານໄດ້ປຶກສາຫາລືກ່ຽວກັບແງ່ຫວັງການຮ່ວມມື 2 ຝ່າຍໃນຂົງເຂດຄື: ການແກ້ໄຂບັນດາການປະທະກັນໃນພາກພື້ນ, ການຕ້ານການກໍ່ການຮ້າຍຢ່າງມີປະສິດທິຜົນ ແລະ ຮັກສາຍຸດທະສາດໃຫ້ມີສະຖຽນລະພາບ. 2 ຝ່າຍກໍ່ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ບັນດາພາກພື້ນຄື: ຊີຣີ, ອາບການິດສະຖານ, ຢູແກຼນ ແລະ ແຫຼມເກົາຫຼີ.

        ກ່ອນໜ້ານັ້ນ, ທ່ານ Bolton ກໍ່ໄດ້ປຶກສາຫາລືກັບທ່ານເລຂາສະພາປ້ອງກັນຄວາມສະຫງົບລັດເຊຍ Nikolai Patrushev ກ່ຽວກັບບັນດາສັນຍາສະບັບໃໝ່ຂອງສັນຍາຫຼຸດຜ່ອນອາວຸດຍຸດທະສາດ (START), ພ້ອມທັງຢືນຢັນວ່າ, ວໍຊິງຕັນ ຍັງມີເວລາເພື່ອຕັດສິນຫຼັກໝັ້ນທີ່ກ່ຽວຂ້ອງເຖິງບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ