ລັດເຊຍ ຮຽກຮ້ອງ ເຊື່ອມຕໍ່ການເຈລະຈາ ອິດສະຣາແອນ - ປາແລດສະຕິນ ຄືນໃຫມ່

(VOVWORLD) - ປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າຕ້ອງບັນລຸໄດ້ຂໍ້ຕົກລົງຍາວນານ “ເໝາະສົມກັບຜົນປະໂຫຍດຂອງທັງ 2 ຝ່າຍ” ໂດຍໄວ, ກໍ່ຄືບັນດາຄຳຕັດສິນກ່ອນນັ້ນຂອງປະຊາຄົມສາກົນ. 

ວັນທີ 11 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຮຽກຮ້ອງໃຫ້ເຊື່ອມຕໍ່ການເຈລະຈາສັນຕິພາບ ອິດສະຣາແອນ ແລະ ປາແລດສະຕິນ ຄືນໃຫມ່, ນັບທັງບັນຫາ Jerusalem. ພ້ອມທັງຖືວ່າ: ບໍ່ວ່າບາດກ້າວເດີນໃດທີ່ສະກັດກັ້ນຂໍ້ຕົກລົງທີ່ອາດຈະບັນລຸໄດ້ລະຫວ່າງ 2 ຝ່າຍກໍ່ລ້ວນແຕ່ບໍ່ມີຜົນປະໂຫຍດ ແລະ ກໍ່ຄວາມຂາດສະຖຽນລະພາບ. ກ່າວຄຳເຫັນພາຍຫຼັງການພົບປະກັບຄູ່ຕຳແໜ່ງ ອີຢິບ Abdel Fattah al – Sisi ຢູ່ນະຄອນຫຼວງ ກາຍໂຣ (ປະເທດ ອີຢີບ), ປະທານາທິບໍດີ ລັດເຊຍ ເນັ້ນໜັກວ່າຕ້ອງບັນລຸໄດ້ຂໍ້ຕົກລົງຍາວນານ “ເໝາະສົມກັບຜົນປະໂຫຍດຂອງທັງ 2 ຝ່າຍ” ໂດຍໄວ, ກໍ່ຄືບັນດາຄຳຕັດສິນກ່ອນນັ້ນຂອງປະຊາຄົມສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ