ລັດເຊຍ ແລະ ນາໂຕ ປຶກສາຫາລືກ່ຽວກັບສະພາບການຄວາມໝັ້ນຄົງຢູ່ ເອີລົບ

(VOVWORLD) - ນາຍພົນ Gerasimov ເນັ້ນໜັກເຖິງເລື່ອງ NATO ເພີ່ມທະວີການມີໜ້າຂອງກອງທັບຢູ່ເຂດຊາຍແດນ ລັດເຊຍ ວ່າ: ບໍ່ຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ.

ວັນທີ 12 ທັນວາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ນາຍພົນ Valery Gerasimov, ເສນາທິການໃຫຍ່ບັນດາກຳລັງປະກອບອາວຸດ ລັດເຊຍ ມີການພົບປະກັບ ນາຍພົນ Curtis Scaparrotti, ຜູ້ບັນຊາການສູງສຸດກອງທັບພັນທະມິດຂອງອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ຢູ່ນະຄອນຫຼວງ Baku ຢູ່ Azerbaijan. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສະພາບການໃນຂົງເຂດຄວາມໝັ້ນຄົງຢູ່ ເອີລົບ ແລະ ໃນທົ່ວໂລກ. ນາຍພົນ Gerasimov ເນັ້ນໜັກເຖິງເລື່ອງ NATO ເພີ່ມທະວີການມີໜ້າຂອງກອງທັບຢູ່ເຂດຊາຍແດນ ລັດເຊຍ ວ່າ: ບໍ່ຊ່ວຍຫລຸດຜ່ອນຄວາມເຄັ່ງຕຶງ. ສອງຝ່າຍກໍ່ແຈ້ງໃຫ້ກັນຊາບກ່ຽວກັບບັນດາແຜນການຝຶກຊ້ອມການສູ້ຮົບເຊິ່ງຄາດວ່າຈະດຳເນີນໃນປີ 2019, ຢັ້ງຢືນເຖິງຄວາມເອົາໃຈໃສ່ຮັກສາການພົບປະຄັ້ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ