ລັດເຊຍ ແລະ ຢູແກຼນ ລົງນາມໃນສັນຍາສະໜອງເຊື້ອເພິງນິວເຄຼຍ

ລັດເຊຍ ແລະ ຢູແກຼນ ລົງນາມໃນສັນຍາສະໜອງເຊື້ອເພິງນິວເຄຼຍ - ảnh 1
(ພາບປະກອບ)

(vovworld) – ​ ບໍລິສັດ​ພະລັງງານ​ປະລະ​ມານູ​ແຫ່ງ​ຊາດ​ຢູ​ແກຼນ “Energoatom” ​ແລະ ບໍລິສັດ​ຜະລິດ​ເຊື້ອ​ເພິ​ງ​ໃຫ້​ໂຮງ​ງານ​ໄຟຟ້າ​ນິວ​ເຄຼຍລັດ​ເຊຍ “TVEL” ຫາ​ກໍ່​ລົງ​ນາມ​ໃນ​ສັນຍານ​ສະໜອງ​ເຊື້ອ​ເພິ​ງໃຫ້​ບັນດາ​ໂຮງງານ​​ໄຟຟ້າປະລະມານູ​ຢູ​ແກຼນ ຮອດ​ທ້າຍ​ປີ 2016.  ນັ້ນ​ແມ່ນ​ຄຳ​ຖະ​ແຫຼ​ງຂອງທ່ານ​ Danko Biley, ຫົວ​ໜ້າ​ປ້ອງ​ກັນ​ຄວາມ​ສະຫງົບ “Energoatom” ​ໃນ​ວັນ​ທີ 25/11. ຕາມ​ແຫຼ່ງຂ່າວ​ຈາກ​ຝ່າຍ​ຢູ​ແກຼນ ​ແລ້ວ, ກີ​ແອບ ຈະ​ສືບ​ຕໍ່​ຊື້​ເຊື້ອ​ເພິ​ງຈາກ​ລັດ​ເຊຍ ​ເພື່ອ​ສະ​ໜອງ​ໃຫ້​ບັນດາ​ໂຮງງານ​ໄຟຟ້າ​ໃນ​ໄລຍະ 2 ປີ 2015 ​ແລະ 2016​. ຄຽງ​ຂ້າງ​ນັ້ນ, ຢູ​ແກຼນ ກໍ່​ຈະ​ເຂົ້າຮ່ວມ​ການ​ຕໍ່​ກຳນົດ​ເວລາ​​ໃຫ້ສັນຍາ​ກັບ​ບໍລິສັດ​ເຊື້ອ​ເພິ​ງ Westinghouse ຂອງ​ອາ​ເມ​ລິ​ກາ ຮອດ​ປີ 2020 ​ເພື່ອ​ຫຼຸດຜ່ອນ​ການ​ຂຶ້ນ​ກັບ​​ແຫຼ່ງສະ​ໜອງ​ຈາກ​ລັດ​ເຊຍ. ທ່ານ Sergey Kirienko, ຫົວໜ້າ​ກຸ່ມ​ບໍລິສັດພະລັງງານ​ປະລະມານູ “Rosatom” ຂອງ​ລັດເຊຍ ກໍ່​​ໄດ້ຢັ້ງຢືນ​ຂໍ້​ມູນ​ລົງ​ນາ​ມ​ໃນ​ສັນຍາສະ​ໜອງ​ເຊື້ອ​ເພິ​ງນິວ​ເຄຼຍ​ໃຫ້​ບັນດາ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຂອງ ຢູ​ແກຼນ. ​ແຕ່​ທ່ານ​ກໍ່​ໃຫ້​ຮູ້​ວ່າ, ສັນຍານີ້ພຽງ​ແຕ່​ມີ​ກຳນົດ​ເວລາ​ຮອດ​ທ້າຍປີ 2015 ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ