ລັດເຊຍ ແລະ ອາເມລິກາ ໂຕ້ຖຽງກັນ ກ່ຽວກັບລະບົບລູກສອນໄຟໃໝ່ຂອງ ມົດສະກູ

(VOVWORLD) -ອາເມລິກາ ເຫັນວ່າ ຍາກທີ່ຈະເຊື່ອໝັ້ນ ລັດເຊຍ ໃນການປະຕິບັດບັນດາພັນທະຄວບຄຸມອາວຸດໄດ້

ວັນທີ 21 ມັງກອນ, ອາເມລິກາ ໄດ້ຮຽກຮ້ອງໃຫ້ ລັດເຊຍ ທໍາລາຍລະບົບລູກສອນໄຟຕິດປີກລຸ້ນໃໝ່ ເຊິ່ງ ຕາມວໍຊິງຕັນແລ້ວ ແມ່ນ “ການລະເມີດສົນທິສັນຍາບັນດາກໍາລັງນິວເຄຼຍໄລຍະກາງໂດຍທາງກົງ”, ພ້ອມກັນນັ້ນ ໄດ້ກ່າວຫາ ມົດສະກູ ກໍ່ຄວາມຂາດສະຖຽນລະພາບຕໍ່ພື້ນຖານຄວາມໝັ້ນຄົງທົ່ວໂລກ.  ກ່າວຄໍາເຫັນທີ່ກອງປະຊຸມຫຼຸດຜ່ອນກໍາລັງອາວຸດ ແລະ ການທະຫານ ທີ່ຖືກຈັດຂຶ້ນຢູ່ ເຊີແນວ ປະເທດ ສະວິດ ໂດຍສະຫະປະຊາຊາດອຸປະຖໍາ, ທ່ານ Robert Wood ເອກອັກຄະລັດຖະທູດ ອາເມລິກາ ຮັບຜິດຊອບກ່ຽວກັບ ການຫຼຸດຜ່ອນກໍາລັງອາວຸດ ແລະ ການທະຫານ ຊີ້ແຈ້ງວ່່າ: “ເປັນໜ້າເສຍດາຍ, ເມື່ອ ອາເມລິກາ ເຫັນວ່າ ຍາກທີ່ຈະເຊື່ອໝັ້ນ ລັດເຊຍ ໃນການປະຕິບັດບັນດາພັນທະຄວບຄຸມອາວຸດໄດ້. ລັດເຊຍ ຄວນທໍາລາຍລູກສອນໄຟ SSC – 8 ກໍຄືບັນດາຖານຍິງລູກສອນໄຟ ແລະ ບັນດາອຸປະກອນທີ່ກ່ຽວຂ້ອງທັງໝົດ ຢ່າງມີຫຼັກຖານ ເພື່ອແນໃສ່ກັບຄືນສູ່ປະຕິບັດສົນທິສັນຍາ INF”. ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ, ມົດສະກູ ຢັ້ງຢືນວ່າ ລັດເຊຍ ປະຕິບັດ ສົນທິສັນຍາ INF ໃນເມື່ອ ອາເມລິກາ ມີການລະເມີດຢູ່ເລື້ອຍໆ. ທ່ານປະທານາທິບໍດີລັດເຊຍ Vladimir Putin ຖືວ່າ ເລື່ອງ ອາເມລິກາ ຖອນຕົວອອກຈາກ INF ຈະນາບຂູ່ເຖິງສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START – 3) ເຊິ່ງເປັນເອກະສານສະບັບສຸດທ້າຍໃນຂົງເຂດຄວບຄຸມອາວຸດ.


ຕອບກັບ

ຂ່າວ/ບົດ​ອື່ນ