ລັດເຊຍກ່າວປະນາມບັນດາການແຫ່ຂະບວນປະທ້ວງຢ່າງຜິດກົດໝາຍຢູ່ມົດສະກູ

ລັດເຊຍກ່າວປະນາມບັນດາການແຫ່ຂະບວນປະທ້ວງຢ່າງຜິດກົດໝາຍຢູ່ມົດສະກູ - ảnh 1
ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
(ພາບ​ປະ​ກອບ: Reuters)


(vovworld) - ​ວັນ​ທີ 27/03, ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin, ທ່ານ​ Dimitry Peskov ຖະ​ແຫຼງວ່າ: ລັດ​ເຊຍ ບໍ່​ຈຳ​ເປັນ​ຕ້ອງ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ສະ​ຫະ​ພາບ​ເອີ​ລົບ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຮຽກ​ຮ້ອງໃຫ້​ປ່ອຍ​ຕົວ​ບັນ​ດາ​ຜູ້​ຖືກ​ຈັບ​ຕົວ​ໃນ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ມົດ​ສະ​ກູ ໃນ​ວັນ​ທີ 26/03 ຜ່າມ​ມາ. ທ່ານ Peskov ເນັ້ນ​ໜັກ​ວ່າ, ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້​ວງ​ຢູ່​ມົດ​ສະ​ກູ ໂດຍ​ຝ່າຍ​ຄ້ານ​ຈັດ​ຕັ້ງ​ແມ່ນບໍ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ມີ​ລັກ​ສະ​ນະ​ເກາະ​ຜິດ. ບັນ​ດາ​ສາຍ​ເຫດ​ເພື່ອ​ດຳ​ເນີນ​ການ​ແຫ່​ຂະ​ບວນ​ແມ່ນເສກ​ສັນ​ປັ້ນ​ແຕ່ງ.

        ກ່ອນ​ໜ້ານັ້ນ, ​ຜູ້​ເດີນ​ປະ​ທ້​ວງນັບ​ຮ້ອຍ​ຄົນ​ຖືກ​ຈັບ​ຕົວ​ໃນ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ທີ່​ເກີດ​ຂຶ້​ນ​ຢູ່​ນະ​ຄອນ​ຫຼວງ​ມົດ​ສະ​ກ​ູ. ການ​ແຫ່​ຂະ​ບວນ​ປະ​ທ້​ວງ​ດັ່ງ​ກ່າວ​ໂດຍ​ນັກ​ການ​ເມືອງ​ຝ່າຍ​ຄ້ານ Alexei Navalny ຈັດ​ຕັ້ງ. ເຈົ້າ​ໜ້າ​ທີ່​ລັດ​ເຊຍ ຖື​ວ່າ, ຜູ້​ແຫ່​ຂະ​ບວນ​ປະ​ທ້ວງ​ຫຼາຍ​ຄົນ​ໄດ້​ຮັບ​ເງິນ​​ຄ່າ​ຈ້າງເພື່ອ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນ​ປະ​ທ້​ວງ​ດັ່ງ​ກ່າວ. ທ່ານ Navalny ຖືກ​ຈັບ​ຕົວ ແລະ ຖືກ​​ນຳ​ຂຶ້ນ​ສານດຳ​ເນີນ​ຄະ​ດີ​ໃນ​ວັນ​ທີ 27/03.

ຂ່າວ/ບົດ​ອື່ນ