ລັດເຊຍກ່າວເຕືອນຫຼັກໝັ້ນທີ່ແຂງກະດ້າງກັບຢູແກຼນກ່ຽວກັບການຊຳລະໜີ້ສິນ

ລັດເຊຍກ່າວເຕືອນຫຼັກໝັ້ນທີ່ແຂງກະດ້າງກັບຢູແກຼນກ່ຽວກັບການຊຳລະໜີ້ສິນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev
(ພາບ: RIA Novosti)

(vovworld) –  ​ລັດ​ເຊຍ ຈະ​ມີຫຼັກ​ໝັ້ນ​ແຂງ​ກະ​ດ້າງ​ກັບ ຢູ​ແກຼນ ຖ້າ​ຫາກ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງນີ້ບໍ່​ຊຳ​ລະ​ບັນ​ດາ​ບ້ວງ​ໜີ້​ຈາກສະ​ໄໝລັດ​ຖະ​ບານ​ອາ​ຍຸ​ການກ່ອນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕອບ​ສຳ​ພາດ​​ນັກ​ຂ່າວ​ຊ່ອງ​ໂທ​ລະ​ພາບ “Russian TV” ເມື່ອ​ວັນ​ທີ 23/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Medvedev ຖະ​ແຫຼງ​​ວ່າຖ້າ​ຫາກ​ສະ​ພາບ​ການ​ມີ​ການ​ຜັນ​ແປ​ຕາມ​ວິ​ທີນີ້ ແນ່ນອນ​ວ່າ ຢູ​ແກຼນ ຈະຖືກລົ້ມ​ລະ​ລາຍ. ດັ່ງ​ນັ້ນ, ມົດ​ສ​ກູ ຈະ​ມີຫຼັກ​ໝັ້ນ​ແຂງ​ກະ​ດ້າງ​ທີ່​ສຸດ ໃນ​ກໍ​ລະ​ນີນີ້​ເພື່ອ​ປົກ​​ປ້ອງສິດ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ​ປະ​ເທດ​ຕົນ.

        ກ່ອນ​ໜ້ານັ້ນ, ລັດ​ເຊຍ ໄດ້​ຄັດ​ຄ້ານ​ຢ່າງ​ແຮງ​ກົດ​ໝາຍ​ໃໝ່​ຂອງ ຢູ​ແກຼນ ທີ່​ອະ​ນຸ​ຍາດ​ໃຫ້​ໂຈະ​ກາ​ນ​ຊ​ຳ​ລະ​ບັນ​ດາ​ບ້ວງ​ໜີ​ຂອງ​ຕ່າງ​ປະ​ເທດ, ພ້ອມ​ທັງ​ຂົມ​ຂູ່​ຈະ​ຮ້ອງ​ຟ້ອງ ກີ​ແອບ ​ຂຶ້ນສານ​ຖ້າ​ຫາກວ່າບໍ່​ຈ່າຍ​ບ້ວງ​ເງິນ​ກູ້ 3 ຕື້ USD ເຊິ່ງ ມົດ​ສ​ກູ ໃຫ້​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດິ ຜູ້​ຖືກ​ໂຄ່ນ​ລົ້ມ Viktor Yanukovych ​ກູ້ຢື່ມ​ເມື່ອ​ເດືອນ 12/2013 ເພື່ອ​ແທນ​ທີ​ເລື່ອງ​ທ່ານນີ້​ຖອນ​ອອກ​ຈາກ​ຂໍ້​ຕົກ​ລົງ​ຮ່ວມ​ສຳ​ພັນ​ກັບ​ສະ​ຫະ​ພາບ ເອີ​ລົບ (EU).


ຂ່າວ/ບົດ​ອື່ນ