ລັດເຊຍ,ຈີນລົງນາມໃນຂໍ້ຕົກລົງການຮ່ວມມືກ່ວາ30ສະບັບ

ລັດເຊຍ,ຈີນລົງນາມໃນຂໍ້ຕົກລົງການຮ່ວມມືກ່ວາ30ສະບັບ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin
​ແລະ ປະ​ທານ​ປະ​ເທດ​ຈີ​ນ ສີ​ຈິ​້ນ​ຜິງ

(vovworld)- ​ ​ ​ ​ວັນ​ທີ 25/6, ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ໄດ້​ໄປ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ເຖິງ​ຈີນ ຕາມ​ຄຳ​ເຊີນ​ຂອງ​ປະ​ທານ​ປະ​ເທດ​ຈີ​ນ ສີ​ຈິ​້ນ​ຜິງ, ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V. Putin ໄດ້​ເນັ້ນ​ຫນັກ​ວ່າ ປະ​ຊາ​ຊົນ​ສອງ​ປະ​ເທດ​ປາດ​ຖະ​ຫນາ​ຢາກ​ເພີ່ມ​ທະ​ວີ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ເຊຍ ແລະ​ຈີນ ອາດ​ຈະ​ບັນ​ລຸ​ຜົນ​ງານ​ໃຫຍ່​ຫລວງກວ່າ​ໃນ​ທຸກ​ຂົງ​ເຂດ​ກ່ຽວກ​ັບ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ພະ​ລັງ​ງານ ແລະ ເຕັກ​ໂນ​ໂລ​ຊີ​ສູງ. ສ່ວນ​ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ເນ​ັ້ນ​ຫນັກ​ວ່າ: ສອງ​ປະ​ເທດ ຄວນ​ຊຸກ​ຍູ້​ແນວ​ຄິດ​ການ​ພົວ​ພັນ​ມິດ​ຕະ​ພາບ​ຕະ​ຫລອດ​ການ”. ພາຍ​ຫລັງ​ການ​ເຈ​ລະ​ຈາ, ປະ​ທານ​ປະ​ເທດ​ຈີນ ແລະ ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ ໄດ້​ເປັນ​ສັກ​ຂິ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ກວ່າ 30 ສະ​ບັບ ໃນ​ຫລາຍ​ຂົງ​ເຂດ​ຄື: ເສດ​ຖະ​ກິດ, ການ​ຄ້າ, ການ​ທູດ, ພື້ນ​ຖານ​ໂຄງ​ລ່າງ, ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ, ການ​ເງິນ, ພະ​ລັງ​ງານ, ສື່​ສານ… ລັດ​ເຊຍ ແລະ ຈີນ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ, ໃນ​ນັ້ນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ຍຸດ​ທະ​ສາດ​ທົ່ວ​ໂລກ​ໃຫ້​ສະ​ຖຽນ​ລະ​ພາບ.

 

ຕອບກັບ

ຂ່າວ/ບົດ​ອື່ນ