ລັດເຊຍຈະໂຕ້ຕອບຢ່າງສົມເຫດສົມຜົນບັນດາກົນອຸບາຍນາບຂູ່ເຖິງຄວາມສະຫງົບປອດໄພແຫ່ງຊາດ

ລັດເຊຍຈະໂຕ້ຕອບຢ່າງສົມເຫດສົມຜົນບັນດາກົນອຸບາຍນາບຂູ່ເຖິງຄວາມສະຫງົບປອດໄພແຫ່ງຊາດ - ảnh 1
ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin
(ພາບ: Telegraph)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸ​ມຂ່າວ​ໃນ​ວັນ​ທີ 26/03 ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊຍ (FSS), ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ຖະ​ແຫຼ​ງວ່າ ທຸກ​ກົນອຸບາຍ​ທີ່​ນາບ​ຂູ່​​ແນ​ໃສ່​ລັດ​ເຊຍ ຈະ​ຖືກ​ປະລະ​ໄຊ ​ແລະ ຈະ​ຖືກ​ໂຕ້​ຕອບຢ່າງ​​ເໝາະສົມ​. ທ່ານ​ປະທານາທິບໍດີ​ລັດ​ເຊຍ ​ໃຫ້​ຮູ້​ວ່າ, ອົງການ​ສືບ​ລາຊະການ​ລັບ​ລັດ​ເຊຍ ​ໄດ້​ຄົ້ນພົບ​​ກົນອຸບາຍ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕ້ານ​ລັດ​ເຊ​ຍ ​ໃນ​ບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ປີ 2016 ​ແລະ 2018 ຈະ​ມາ​ເຖິງ, ພ້ອມ​ທັງ​ຖະ​ແຫຼ​ງວ່າ ຈະ​ສະກັດ​ກັ້ນບັນດາ​ການ​ກະທຳ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ນີ້. ທ່ານ​ປະທານາທິບໍດີ​ລັດ​ເຊຍ ຢືນຢັນ ລັດ​ຖະ​ບານ​ພ້ອມ​ແລ້ວ​ທີ່​ຈະ​ເຈລະຈາ​ກັບ​ຝ່າຍ​ຄ້ານ ກໍ່​ຄື​ຮັບ​ຟັງ​ບັນດາ​ຄຳ​ຕຳ​ນິຕິ​ຕຽນ ​ແລະ ການປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງບໍ່​ວ່າ​ອຳນາດ​ການ​ປົກຄອງ​ໃດໆ.

        ທ່ານ Putin ກໍ່​ກ່າວ​ຫາ​ບັນດາ​ອົງການ​ສືບ​ລາຊະການ​ລັບຝ່າຍ​ຕາ​ເວັນ​ຕົກ ສວຍ​ໃຊ້​ບັນດາ​ອົງການ​ສັງຄົມ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ ​ແລະ ບັນດາ​ສຳພັນທະ​ມິດການ​ເມືອງ​ຢູ່​ລັດ​ເຊຍ ​ເຂົ້າ​ໃນ​ຈຸດປະສົງ​ທີ່​ບໍ່​ດີ.

ຂ່າວ/ບົດ​ອື່ນ