ລັດເຊຍຍົກອອກເງື່ອນໄຂຟື້ນຟູຂໍ້ຕົກລົງກັບອາເມລິກາກ່ຽວກັບການຫຼີກລ້ຽງການປະທະກັນຢູ່ຊີຮີ

ລັດເຊຍຍົກອອກເງື່ອນໄຂຟື້ນຟູຂໍ້ຕົກລົງກັບອາເມລິກາກ່ຽວກັບການຫຼີກລ້ຽງການປະທະກັນຢູ່ຊີຮີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 14/04, ທ່ານ Dmitry Peskov ໂຄ​ສົກ​ວັງ Kremlin ຖະ​ແຫຼງວ່າ, ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຟື້ນ​ຟູ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຫຼີກ​​ລ້ຽງ​ການ​ປະ​ທະ​ກັນ​ທາງ​ອາ​ກາດ​ກັບ​ອາ​ເມ​ລິ​ກາ ​ຢູ່​ຊີ​ຮີ, ຖ້າ​ຫາກ “ບັນ​ດາ​ການ​ກະ​ທຳ​ບໍ່​​ອາດ​ຄາດ​ຄະ​ເນ​​ລ່ວງ​ໜ້າ​ໄດ້” ຂອງວໍ​ຊິງ​ຕັນ ບໍ່​ເກີດ​ຂຶ້ນ​ອີກ​ເທື່ອ​ໜຶ່ງ. ຕາມ​ທ່ານ Peskov ແລ້ວ, ເລື່ອງ​ອາ​ເມ​ລິ​ກາ ກ່າວ​ຫາ​ກອງ​ທັບ​ຊີ​ຣີ ກ່ຽວ​ຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ເຊິ່ງ​ຖືກ​ສົງ​ໄສວ່າ​ໄດ້​ນຳ​ໃຊ້​ອາ​ວຸດ​ເຄ​ມີ ພ​ຽງ​ແມ່ນຂໍ້​ອ້າງ​ອີງ​ໃຫ້​ການບ​ຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ຖານ​ທີ່​ໝັ້ນ​ກອງທັບ​ອາ​ກາດ Shairat ຢູ່​ຊີ​ຣີ ໃນ​ວັນ​ທີ 07/04 ຜ່ານ​ມາ. ທ່ານ Peskov ຖື​ວ່າ “ຄຳ​ກ່າວ​ຫາ​ດັ່ງ​ກ່າວບໍ່​ມີ​ຫຼັກ​ຖານ, ເມື່ອ​ຍັງບໍ່​​ທັນມີ​ການ​ສຶບ​ສວນ​ໃດໆ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ ແລະ ຊ້ຳ​ບໍ່​ໜຳ​ບໍ່​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ການ​ສືບ​ສວນ​ຄື​ແນວນັ້ນ”.

        ວັນ​ທີ 07/04 ຜ່ານ​ມາ, ອາ​ເມ​ລິ​ກາ ໄດ້​ຍິງລູກ​ສອນ​ໄຟ​ນຳ​ວິ​ທີ Tomahawk 59 ໜ່ວຍ​ໃສ່​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ຊີ​ຣີ ຢູ່​ເ​ທດ​ສະ​ບານ Ash Shairat, ໃກ້​ກັບ​ແຂວງ Homs. ລັດ​ເຊຍ ໄດ້​ເອີ້ນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ແມ່ນ “ການ​ກະ​ທຳ​ເກາະ​ຜິດ​ແນ​ໃສ່​ປະ​ເທດ​ມີ​ສິດ​ອະ​ທິ​ປະ​ໄຕ”. ພ້ອ​ມ​ທັງ​ລັດ​ເຊຍ ກໍ່​ຖະ​ແຫຼງ​ຢຸ​ດ​ຕິ​ຂໍ້​ຕ​ົກ​ລົງ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ​ທາງ​ອາ​ກາດ​ກັບ​ອາ​ເມ​ລິ​ກາ ຢູ່​ຊີ​ຣີ.

ຕອບກັບ

ຂ່າວ/ບົດ​ອື່ນ