ລັດເຊຍຕີລາຄາສູງຄວາມສຳຄັນຂອງຫວຽດນາມໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ

ລັດເຊຍຕີລາຄາສູງຄວາມສຳຄັນຂອງຫວຽດນາມໃນນະໂຍບາຍມຸ່ງໄປເຖິງທິດຕາເວັນອອກ - ảnh 1
ທ່ານ​ສາດສະດາ​ຈານ,​ ດຣ Vladimir Mazyrin ຕອບສຳພາດຕໍ່ນັກຂ່າວ VOV

(vovworld) - ​​ໃນ​ລະຫວ່າງ​ວັນ​ທີ 6-7/4, ທ່ານ​ນາຍົກ​ລັດ​ຖະມົນຕີ​ລັດ​ເຊຍ Dmitry Medvedev ຈະ​ມີ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​, ໃນ​ສະພາບ​ທີ່ 2 ປະ​ເທດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ ການຮ່ວມ​ມືລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​​ເມື່ອ​ປີ 2012. ຕອບ​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ລັດ​ເຊຍ, ທ່ານ​ສາດສະດາ​ຈານ,​ ດຣ Vladimir Mazyrin, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ຫວຽດນາມ ​ແລະ ອາ​ຊຽນ, ຂຶ້ນ​ກັບ​ສະ​ຖາ​ບັນຕາ​ເວັນ​ອອກ​ໄກ-ສະ​ຖາ​ບັນ​ດີບ​ວິທະຍາສາດ​ລັດ​ເຊຍ, ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ Medvedev ມາ ຫວຽດນາມ ​ແມ່ນ​ເພື່ອ​ສືບ​ຕໍ່​ຮັກສາ​ການ​ເຈລະຈາ​ທີ່ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ເປັນປະຈຳລະຫວ່າງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ການ​ຢ້ຽມຢາມ ຫວຽດນາມ ​ຄັ້ງ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ​ແມ່ນ​ແນ​ໃສ່​ຊຸກຍູ້ 2 ​ໂຄງການ​ຮ່ວມ​ມື​ເສດຖະກິດ​ໃຫຍ່​ລະຫວ່າງ 2 ປະ​ເທດ, ນັ້ນ​ແມ່ນ​ໂຄງການ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ ນີງທ້ວນ 1 ​ແລະ ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​       ລະຫ​ວ່າງ ຫວຽດນາມ ກັບ​ພັນທະ​ມິດ​ເສດຖະກິດ​ອາຊີ-​ເອີ​ລົບ. ທ່ານ Vladimir Mazyrin ​ເນັ້ນ​ໜັກ​ວ່າ: ປະຈຸ​ບັນ ລັດ​ເຊຍ ສືບ​ຕໍ່​ຊຸກຍູ້​ນະ​ໂຍບາຍ​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ, ອາຊີ ​ແລະ ບັນດາ​ປະ​ເທດອື່ນໆ​ເຊິ່ງ ລັດ​ເຊຍ ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີຫວຽດນາມ. ລັດ​ເຊຍ​ ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ ຫວຽດນາມ ​ໃນ​ການ​ພັດທະນາການ​ຮ່ວມ​ມື, ພິ​ເສດ​ແມ່ນ​​ໃນຂົງ​ເຂດ​ເສດຖະກິດ. ສຳລັບ ລັດ​ເຊຍ,​ ຫວຽດນາມ ​ແມ່ນ​ “ບານ​ປະຕູ” ​ເພື່ອ​​​ກ້າວ​ເຂົ້າ​ສູ່​ພາກ​ພື້ນ ອາ​ຊຽນ ​ແລະ ອາຊີ​ຕາ​ເວັນ​ອອກ. ສະ​ນັ້ນ, ດ້ວຍ​ພື້ນຖານ​ການພົວພັນ​ມິດຕະພາບ​ທີ່​​ເປັນມູນ​ເຊື້ອ ​ແລະ ບັນດາ​ຜົນງານ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ,​ ຂ້າພະ​ເຈົ້າຄິດ​ວ່າ: 2 ປະ​ເທດ​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ຢ່າງ ​ເພື່ອ​ສືບ​ຕໍ່​ພັດທະນາການຮ່ວມ​ມື 2 ຝ່າຍ.

ດວານ​ຫາຍ, ນັກ​ຂ່າວ VOV ປະຈຳ​ລັດ​ເຊຍ

ຂ່າວ/ບົດ​ອື່ນ