ລັດເຊຍຕຳນິຕິຕຽນການຕີລາຄາຂອງອາເມລິກາກ່ຽວກັບຂໍ້ຕົກລົງແກ້ໄຂວິກິດການຢູ່ຢູແກຼນ

ລັດເຊຍຕຳນິຕິຕຽນການຕີລາຄາຂອງອາເມລິກາກ່ຽວກັບຂໍ້ຕົກລົງແກ້ໄຂວິກິດການຢູ່ຢູແກຼນ - ảnh 1
ທ່ານປະທານາທິບໍດີ ລັດເຊຍ V.Putin
photo:internet


(vovworld)- ວັນ​ທີ 18/4, ລັດ​ເຊຍ ສະ​ແດງ​ຄວາມ​ເສຍ​ຫວັງ​ຕໍ່​ການ​ຕີ​ລາຄາ​ຂອງ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ຂໍ້​ຕົກລົງ​ສາກົນ​ເພື່ອ​ຫລຸດຜ່ອນ​ວິ​ກິດ​ການ​ຢູ່ ຢູ​ແກຼນ ​ແລະ ຖື​ວ່າ: ​ເລື່ອງ​ ວໍ​ຊີງ​ຕັນ ນາບ​ຂູ່​ວ່າ​ຈະ​ຈັດ​ວາງ​ມາດ​ຕະການ​ລົງ​ໂທດ​ໃຫມ່​ສຳລັບ ມົດ​ສະ​ກູ ​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້. ​ຕາມ​ທ່ານ Dmitry Peskov, ​ໂຄສົກ​ຂອງປະທານາທິບໍດີ ລັດ​ເຊຍ ​ແລ້ວ, ອາ​ເມ​ລິ​ກາ ຖື​ວ່າ ຂໍ້​ຕົກລົງ 4 ຝ່າຍ​ລະຫວ່າງ ລັດ​ເຊຍ,​ອ​າ​ເມ​ລິ​ກາ, ອີ​ຢູ ​ແລະ ຢູ​ແກຼນ ທີ່​ຫາ​ກໍ່​ບັນລຸ​ໄດ້​ຢູ່ ​ເຊີ​ແນວ ປະ​ເທດ​ສະ​ວິດ ພຽງ​ແມ່ນ​ຄຳ​ໝັ້ນ​ໝາຍ​ເທົ່າ​ນັ້ນ, ​ແຕ່​ວໍ​ຊິງ​ຕັນ ​ແລະ ບັນດາ​ປະ​ເທດ​ພັນທະ​ມິດ ຈະ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ເພີ່ມ​ເຕີມ​ສຳລັບ ລັດ​ເຊຍ ຖ້າ​ຫາກ​ສະພາບ​ການ ຢູ່ ຢູ​ແກຼນ ບໍ່​ມີ​ສັນຍານດີ​ຂຶ້ນ. ການ​ກະທຳ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ ບໍ່​ສາມາດ​ຊ່ວຍ​ບັນດາ​ຝ່າຍ​ສືບ​ຕໍ່​​ເຈລະຈາ.

ໃນ​ຂະນະ​ນັ້ນ, ຢູ່ ຢູ​ແກຼນ, ທ່ານ Arseniy Yatsenyuk, ນາຍົກລັດຖະມົນຕີຊ່ົວຄາວ ​ໄດ້​ອອກ​ຄຳ​ສັ່ງ ຈັດ​ຕັ້ງ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປັບປຸງ​ໃນ​ລັດຖະທຳ​ມະນູນ ຢູ​ແກຼນ ຕາມ​ທິດ​ແບ່ງ​ສິດ​ອຳນາດ​ກ່ອນ​ວັນ​ທີ 1/10 ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ