ລັດເຊຍຖະແຫຼງວ່າ ບັນດາຄຳກ່າວຫາຂອງຝ່າຍຕາເວັນຕົກແມ່ນບໍ່ມີຫຼັກຖານ

ລັດເຊຍຖະແຫຼງວ່າ ບັນດາຄຳກ່າວຫາຂອງຝ່າຍຕາເວັນຕົກແມ່ນບໍ່ມີຫຼັກຖານ - ảnh 1
ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ  Sergei Lavrov
(ພາບ:reuters)

(vovworld)- ​ ຕໍ່ໜ້າ​ຄຳ​ກ່າວ​ຫາ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ໂດຍ​ຖື​ວ່າ ທະຫານ​​ລັດ​ເຊຍ​ໄດ້​​ແຊກ​ຊຶມ​ເຂົ້າ​ດິນ​ແດນ ຢູ​ແກຼນ, ວັນ​ທີ 29/8 ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ  Sergei Lavrov ຖະ​ແຫຼ​ງວ່າ ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ບັນດາ​ຄຳ​ກ່າວ​ຫາ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ​ໂດຍ​ບໍ່​ມີ​ພະຍານ​ຫຼັກ​ຖານ​ໄປ​ພ້ອມ.

    ກ່ຽວ​ກັບ​ເລື່ອງ​ລັດ​ເຊຍ​ຢາກ​ສົ່ງ​ຂະ​ບວນລົດ​ຊ່ວຍ​ບັນ​ເທົາ​ທຸກ​ມະນຸດສະທຳ​ຂະ​ບວນທີ 2 ​ໄປ​ຍັງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ​ນັ້ນ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ  Sergei Lavrov​ໃຫ້​ຮູ້​ເມື່ອ​ວັນ​ທີ 28/8 ວ່າ ມົດສກູ ​ໄດ້​ສ່ົງ​ສານ​ທາງ​ການ​ເຖິງ​ກະຊວງ​ການ​ຕ່າງປະ​ເທດ ຢູ​ແກຼນ​ແລ້ວ, ​ໃນ​ນັ້ນ​ໄດ້​ກ່າວ​ເຖິງ​ບັນດາ​ທັດສະນະ​ຂອງ​ກີ​ແອບ​ກ່ຽວ​ກັບ​ວິທີ​ສົ່ງ​ຂະ​ບວນລົດ​ດັ່ງກ່າວ. ກ່ອນ​ນັ້ນ 1 ວັນ, ກະຊວງ​ການ​ຕ່າງປະ​ເທດລັດ​ເຊຍ​ໄດ້​ຮັບ​ສານ​ທາງການ​ຂອງ ກະຊວງ​ການ​ຕ່າງປະ​ເທດ ຢູ​ແກຼນ ຊຶ່ງ​ໄດ້​ຍິນ​ຍອມ​ເຫັນ​ດີ​ກ່ຽວ​ກັບ​ຫຼັກການ​ໃນ​ຂໍ້​ສະ​ເໜີ​ຂອງ​ລັດ​ເຊຍ​ທີ່​ສົ່ງ​ເຄື່ອງ​ບັນ​ເທົາ​ທຸກ​ເຖິງ​​ພາກ​ຕາ​ເວັນ​ອອກ ຢູ​ແກຼນ​ ​ແລະ ຍົກ​ອອກ​ບັນດາທັດສະນະຂອງຢູ​ແກຼນກ່ຽວ​ກັບ​ວິທີ​​ແກ້​ໄຂ​ສຳລັບ ຂະ​ບວນລົດ​ຊ່ວຍ​ບັນ​ເທົາ​ທຸກ​ມະນຸດສະທຳ​ຂະ​ບວນທີ 2ນີ້.

ຂ່າວ/ບົດ​ອື່ນ