ລັດເຊຍຖະແຫຼງສືບຕໍ່ຢຸດຕິການບຸກໂຈມຕີທາງອາກາດຢູ່Aleppo

ລັດເຊຍຖະແຫຼງສືບຕໍ່ຢຸດຕິການບຸກໂຈມຕີທາງອາກາດຢູ່Aleppo - ảnh 1
ທ່ານ Sergei Rudskoi ​ໃນ​ການ​ປະ​ຊຸມ​ຂ່າວ​ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ
(ພາບ: EPA/TTXVN)

(vovworld) – ​ ທະ​ຫານ​ເຮືອ ລັດ​ເຊຍ ແລະ ຊີ​ຣີ ໄດ້​ຢຸດ​ຕິ​ບັນ​ດາ​ຖ້ຽວ​ບິນ​ອ້ອມ​ແອ້ມ​ນະ​ຄອນ Aleppo ຂອງ ຊີ​ຣີ ແລະ ຄຳ​ສັ່ງ​ຢຸດ​ຕິການ​ບິນ​ຂຶ້ນ​ໄດ້​ຮັບ​ການ​ແກ່​ຍາວ. ວັນ​ທີ 25/10, ຫົວ​ໜ້າ​ກົມສູ້​ຮົບ​ກົມ​ໃຫຍ່​ເສ​ນາ​ທິ​ການກອງ​ທັບ ລັດ​ເຊຍ ທ່ານ Sergei Rudskoi ໄດ້​ຍົກ​ອອກ​ແຈ້ງ​ຂ່າວ​ດັ່ງ​ກ່າວ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​​ນັບແຕ່​ວັນ​ທີ 18/10, ກອ​ງ​ທັບ​ອາ​ກາດ ລັດ​ເຊຍ ແລະ ຊີ​ຣີ ໄດ້​ຢຸດ​ຕິ​ຖ້ຽວ​ບິນທັງ​ໝົດໃນ​ຂ​ອບ​ເຂດ 10 ກມ ອ້ອມ​ແອ້ມ Aleppo​​. ທ່ານ​ຢັ້ງ​ຢືນ​ວ່າ: ຄຳ​ສັ່ງ​ຢຸດ​ຕິ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຢູ່​ອ້ອມ​ແອ້ມ​ນະ​ຄອນນີ້​ຈະ​ໄດ້​ຕໍ່​ກຳ​ນົດ​ເວ​ລາ. ທ່ານ Rudskoi ກໍ່​ໃຫ້​ຮູ້​ວ່າ: ​ນັບແຕ່​ວັນ​ທີ 20/10, ກອງ​ທັບ​ ຊ​ີ​ຣີ​ ໄດ້​ຢຸດ​ຍິງ​ຢູ່ Aleppo ໃນ​ຮອບ​ເວ​ລາ 3 ວັນ​ເພ​ື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອມະ​ນຸດ​ສະ​ທຳ ແລະ ເປີດ 8 ແລວ​ຈາກ Aleppo ເພື່ອ​ໃຫ້​ສາ​ມັນ​ຊົນໄປອົບ​ພະ​ຍົບ​ກໍ່​ຄື​ເພື່ອ​ໃຫ້​ບັນ​ດາ​ມື​ປືນ​ຖອ​ນ​ອອກ​ຈາກ​ນະ​ຄອນ. ຜູ້​ຕາງ​ໜ້າ ລັດ​ເຊຍ ກໍ່​ໄດ້​ກ່າວ​ເຕືອນ​ບັນ​ດາ​ມື​ປືນ​ຂອງ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ຍັງ​ຄົງ​ສືບ​ຕໍ່​​ອອກຈາກ​ນະ​ຄອນ Mosul ຂອງ ອີ​ຣັກ ໄປ​ຍັງ​ ຊີ​ຣີ ພາຍຫຼັງ​ກອງ​ທັບ ອີ​ຣັກ ເປີດ​ການ​ບຸກ​ໂຈມ​ຕີ​ເຂົ້າ​ນະ​ຄອນນີ້.


ຂ່າວ/ບົດ​ອື່ນ