ລັດເຊຍປະກາດຄຳສັ່ງຢຸດຍິງຢູ່ ຢູແກຼນ

ລັດເຊຍປະກາດຄຳສັ່ງຢຸດຍິງຢູ່ ຢູແກຼນ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບັນ​ດາ​ປະ​ເທດ ຢູ​ແກຼນ, ຝ​ຣັ່ງ, ລັດ​ເຊຍ ແລະ ເຢຍ​ລະ​ມັນ (ນັບ​ແຕ່​ເບື້ອງ​ຊ້າຍ) 
(ພາບ Reuters)

(vovworld) - ວັນ​ທີ 18/2, ທີ່​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ Munich ຢູ່ ​ເຢຍລະ​ມັນ, ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ລະຫວ່າງ​ກອງທັບ ຢູ​ແກຼນ ​ແລະ ຝ່າຍ​ແຍກ​ຕົວ​ອອກ​ຢູ່ ຢູ​ແກຼນ​ ຕາ​ເວັນ​ອອກ ຈະ​ມີ​ຜົນ​ສັກສິດ​ໃນ​ວັນ​ທີ 20/2. ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Sergei Lavrov ຖື​ວ່າ​ນີ້​ແມ່ນ​ສັນຍານ​ທີ່​ຕັ້ງໜ້າ, ​ແຕ່​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ “ບັນດາ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ“ ທີ່​ກອງ​ປະຊຸມ. ບັນດາ​ຄວາມ​ເຫັນ​ຂອງ​ ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ Sergei Lavrov ​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ທີ່​ ທ່ານ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ ຢູ​ແກຼນ Pavlo Klimkin  ຖະ​ແຫຼ​ງວ່າ ທ່ານ “ບໍ່​ເພິ່ງ​ພໍ​ໃຈ​“ ຕໍ່ການ​ເຈລະຈາ​ຄັ້ງ​ຕ່າງໆ​ກັບ ຝລັ່ງ, ​ເຢຍລະ​ມັນ ​ແລະ ລັດ​ເຊຍ​ ທີ່​ກອງ​ປະຊຸມ​ປ້ອງ​ກັນ​ຄວາມ​ສະຫງົບ Munich ພຽງ​ສອງ​ສາມ​ນາທີ, ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ ຢູ​ແກຼນ ​ແລະ ຝ່າຍ​ແຍກ​ຕົວ​ອອກ.​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເຢຍລະ​ມັນ Sigmar Gabriel ​ໃຫ້​ຮູ້​ວ່າ, ບັນດາ​ຝ່າຍ​ເຂົ້າ​ຮ່ວມ​​ນານ​ເຈລະຈາ 4 ຝ່າຍ​ໄດ້​ເຫັນ​ດີ​ນຳ​ໃຊ້​ຜົນສະທ້ອນ​ຂອງ​ຕົນ ​ເພື່ອ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ແຕ່​ວັນ​ທີ 20/2 ​ເປັນ​ຕົ້ນ​ໄປ.

ຂ່າວ/ບົດ​ອື່ນ