ລັດເຊຍປະຕິເສດຄຳກ່າວຫາຂອງສືບລາຊະການລັບອາເມລິກາຢ່າງເປັນທາງການ

ລັດເຊຍປະຕິເສດຄຳກ່າວຫາຂອງສືບລາຊະການລັບອາເມລິກາຢ່າງເປັນທາງການ - ảnh 1
​ໂຄສົກ​ຂອງ​ວັງ Kremlin ທ່ານ Dmitry Peskov
(ພາບ: AFP)


(vovworld) - ​​ ​ໃນ​​ປະຕິກິລິຍາ​ທາງ​ການ​ທຳ​ອິດ​ສຳລັບ​ບົດ​ລາຍ​ງານ​ຂອງ​ວົງ​ການ​ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ ທີ່​ກ່າວ​ຫາ ລັດ​ເຊຍ ​ແຊກ​ແຊງ​​ເຂົ້າການ​ເລືອກຕັ້ງ​ປະທານາທິບໍດີ ອາ​ເມ​ລິ​ກາ ຜ່ານ​ມາ, ວັນ​ທີ 09/01, ວັງ Kremlin ​ໄດ້ກ່າວ​ປະນາມ​ບົດ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໂດຍ​ສືບ​ລາຊະການ​ລັບ ອາ​ເມ​ລິ​ກາ ​ຍົກ​ອອກ ​ແມ່ນ​ໄຮ້ຫລັກ​ຖານ ​ແລ​ະ ບໍ່​ມີ​ລັກສະນະ​ອາຊີບ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ໂຄສົກ​ຂອງ​ວັງ Kremlin ທ່ານ Dmitry Peskov ຢືນຢັນ​ວ່າ ບົດ​ລາຍ​ງານ​ດັ່ງກ່າວ ຂາດການ​ອ້າງ​ຄາລົ​ມຢ່າງ​ແໜ້ນ​ແຟ້ນ, ພຽງ​ແຕ່​​ແມ່ນ​ການ​ຄາດ​ຄະ​ເນ ​ແລະ ກ່າວຜູກ​ໂທ​ດ ລັດ​ເຊຍ ​ແບບ​ໄຮ້​ຫລັກ​ຖານ​ເທົ​່ານັ້ນ. ລັດ​ເຊຍ ປະຕິ​ເສດ​ທຸກສິ່ງ​ທຸກ​ຢ່າງ​ທີ່ກ່ຽວຂ້ອງ​ຢ່າງ​​ເດັດຂາດ.

ຂ່າວ/ບົດ​ອື່ນ