ລັດເຊຍພ້ອມແລ້ວທີ່ ຈະໜູນຊ່ວຍແກ້ໄຂ ວິກິດການຢູ່ຢູແກຼນ


 ລັດເຊຍພ້ອມແລ້ວທີ່ ຈະໜູນຊ່ວຍແກ້ໄຂ ວິກິດການຢູ່ຢູແກຼນ - ảnh 1

ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ຢູ​ແກຼນ

(ພາບ: AFP/TTXVN)

(vovworld)- ລັດເຊຍ ພ້ອມແລ້ວທີ່ຈະໜູນຊ່ວຍແກ້ໄຂວິກິດການຢູ່ຢູແກຼນ. ກະຊວງການຕ່າງປະເທດລັດເຊຍ ໄດ້ຍົກອອກ​​ຄຳປະກາດດັ່ງກ່າວເມື່ອວັນທີ 19/4 ໂດຍໃຫ້ຮູ້ວ່າ: ວັນທີ 19/4, ທ່ານຮອງ ລັດຖະມົນຕີການຕ່າງປະເທດລັດເຊຍ Grigory Karasin ​ໄດ້​ພົບ​ປະ​ກັບ​ທ່ານ Oleg Sarev ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງປະທານາທິບໍດີ​ຢູ​ແກຼນ ຢູ່​ມົດ​ສະ​ກູ. ທີ່​ການ​ພົບ​ປະ, ທ່ານ Grigory Karasin ຢືນຢັນ​ວ່າ, ລັດ​ເຊຍ​ ໄດ້​ກຽມພ້ອມ​ການ​ໜູນ​ຊ່ວຍ​ທີ່​ແຮງ​ທີ່​ສຸດ​ທີ່​ມີ​ຕໍ່​ຢູ​ແກຼນ ​ແຕ່​ລັດ​ເຊຍ ຍັງ​ໃສ່​ໃຈ​ວ່າ: ບັນຫາ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ການ​ເມືອງ​ພາຍ​ໃນ ຕ້ອງ​ແມ່ນ​ຊາວ​ຢູ​ແກຼນ ຕັດສິນ​ເອງດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຝ່າຍ​ຕິດຕາມ​ກວດກາ​ພິ​ເສດ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຮ່ວມ​ມື​ເອີ​ລົບ. ສ່ວນ​ທ່ານ Oleg Sarev ຢືນຢັນ​ວ່າ, ຢາກ​ສຳ​ພັດ​​ໂດຍ​ກົງກັບອຳນາດ​ການ​ປົກຄອງ​ປະຈຸ​ບັນ​ຢູ່​ກີ​ແອບ ​ເພື່ອ​ອະທິບາຍ​ຫຼັກໝັ້ນຂອງ​ພາກ​ຕາ​ເວັນ​ອອກ ​ແລະ​ ພາກ​ໃຕ້ ຢູ​ແກຼນ ສຳລັບ​ບັນດາ​ບັນຫາ​ຮີບ​ດ່ວນ​ຂອງ​ສັງຄົມ​ຢູ​ແກຼນ.

  ກ່ອນ​ໜ້ານັ້ນ, ​ໃນ​ການ​ໂອ້​ລົມ​ສົນທະນາ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ໂດຍ​ກົງ​ກັບ ປຊຊ ​ເມື່ອ​ວັນ​ທີ 17/4, ປະທານາທິບໍດີ​ລັດ​ເຊຍ V.Putin ປະກາດ​ວ່າ: ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງທຸກ​ທ່ານ​ໃນ​ການເລືອກ​ຕັ້ງປະທານາທິບໍດີ​ຢູ່ ຢູ​ແກຼນ./.

 

ຂ່າວ/ບົດ​ອື່ນ