ລັດເຊຍແລະຍີ່ປຸ່ນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ

(VOVWORLD) -ກອງປະຊຸມຮ່ວມຂອງຄະນະກຳມະການຮ່ວມມືເສດຖະກິດລັດເຊຍ - ຍີ່ປຸ່ນ ແລະ ຄະນະກຳມະການຮ່ວມມືເສດຖະກິດຍີ່ປຸ່ນ - ລັດເຊຍ ດຳເນີນໃນວັນທີ 19 ພະຈິກ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ. ນີ້ແມ່ນກອງປະຊຸມຄັ້ງທີ 15 ລະຫວ່າງ 2 ຝ່າຍ.

ລັດເຊຍແລະຍີ່ປຸ່ນຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືດ້ານເສດຖະກິດ - ảnh 1 ການນຳຍີ່ປຸ່ນ - ລັດເຊຍ

(ພາບປະກອບ: Reuters)

ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີນຳກັນໂດຍຖືວ່າ, ໃນໄລຍະມໍ່ໆມານີ້, ການພົວພັນລະຫວ່າງຍີ່ປຸ່ນ - ລັດເຊຍ ພວມພັດທະນາຢູ່ໃນລະດັບບໍ່ເຄີຍມີມາກ່ອນ. ທ່ານປະທານສະຫະພັນບັນດານັກອຸດສາຫະກຳ ແລະ ວິສາຫະກິດລັດເຊຍ Alexander Shokhin ເນັ້ນໜັກວ່າ, ບັນດາວິສາຫະກິດຂອງລັດເຊຍ ແລະ ຍີ່ປຸ່ນ ນັບມື້ນັບສະຫງວນຄວາມເອົາໃຈໃສ່ເຊິ່ງກັນ ແລະ ກັນ, ການນຳ 2 ປະເທດກໍ່ຈັດການພົບປະກັນເປັນປະຈຳ.

        ທີ່ກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ຢືນຢັນຄວາມສຳຄັນຂອງເລື່ອງຮ່ວມມືຢ່າງຕໍ່ເນື່ອງ ເພື່ອແນໃສ່ຜັນຂະຫຍາຍບັນດາໂຄງການລວມຢູ່ບັນດາເຂດຂອງລັດເຊຍ ໂດຍອີງໃສ່ເຕັກໂນໂລຊີທັນສະໄໝ ແລະ ຄວາມຕ້ອງການຂອງວິສາຫະກິດ ແລະ ສັງຄົມຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ