ລັດເຊຍແລະສປປ.ເກົາຫຼີເຫັນດີເປັນເອກະສັນຕ້ອງເຊື່ອມຕໍ່ການເຈລະຈາ6ຝ່າຍ

ລັດເຊຍແລະສປປ.ເກົາຫຼີເຫັນດີເປັນເອກະສັນຕ້ອງເຊື່ອມຕໍ່ການເຈລະຈາ6ຝ່າຍ - ảnh 1
ທ່ານ Lee Su – yong ແລະ ທ່ານ Sergei Lavrov
(ພາບ: baodatviet.vn)

(vovworld) – ເຖິງວ່າ​ສະ​ພາບ​ການ​ສັບ​ສົນກໍ່​ຕາມ, ແຕ່​ການ​ເຊື່ອມ​ຕໍ​ການ​ເຈ​ລະ​ຈາ 6 ຝ່າຍ (ເຊິ່ງ​ລວມ​ມີ: ຈີນ, ສ. ເກົາຫຼີ, ສ​ປ​ປ. ເກົາຫຼີ, ອາ​ເມ​ລິ​ກາ, ລັດ​ເຊຍ ແລະ ຍີ່​ປຸ່ນ) ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫຼມ ເກົາຫຼີ ອາ​ດ​ສາ​ສາດ​ໄດ້​ຮັບ​ການ​ເຊື່ອມ​ຕໍ່. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Lavrov ໄດ້​ຍົກ​ອອກ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ພາຍຫຼັງ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 1/10 ກັບ​ຄູ່​ຕຳ​ແໜ່ງ ສ​ປ​ປ ເກົາຫຼີ Lee Su – yong ​ທີ່ພວມ​ຢູ່​ຢ້ຽມ​ຢາມ​ ລັ​ດ​ເຊຍ ເປັນ​ເວ​ລາ 10 ວັນ.

        ຕາມ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Lavrov ແລ້ວ, 2 ຝ່າຍ​​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ວ່າ: ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ແຫຼມ ເກົາຫຼີ​ ຄວນ​ໄດ້​​ຮັບ​ການສືບ​ຕໍ່​ຢ່າງ​ໄວ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ເຊື່ອມ​ຕໍ່​ກາ​ນ​ເຈ​ລະ​ຈາ 6 ຝ່າຍ​ດັ່ງ​ກ່າວ​ຕ້ອງ​ມີ​ເວ​ລາ​ກຳ​ນົດ ແລະ ​ໄດ້​ຮັບຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ຈາກທຸກໆ​ຝ່າຍ​ເຂົ້າ​ຮ່ວມ. ເງື່ອນ​ໄຂ​ຕົ້ນ​ຕໍ​ເພື່ອ​ສືບ​ຕໍ່​​ດຳ​ເນີນການ​ເຈ​ລະ​ຈານີ້​ແມ່ນ​ທຸກໆ​ຝ່າຍ​​ຕ້ອງມີ​ວິ​ທີສຳ​ພັດ​​ຢ່າງ​ລະ​ອຽດ ແລະ ບໍ່​​ໄດ້​ຟ້າວ​ຟັ່ງ​ທີ່ກໍ່​ຄວາມ​​ຂັດແຍ້ງ​ກັນ​ດ້ານຫຼັກ​ໝັ້​ນ.


ຂ່າວ/ບົດ​ອື່ນ