ລັດເຊຍແລະສເກົາຫລີເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດແລະບັນຫາສປປເກົາຫລີ

(VOVWORLD) -ວັນທີ 21 ມິຖຸນາ  ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ແລະ ທ່ານປະທານາທິບໍດີ ສເກົາຫລີ Moon Jae in ພວມຢ້ຽມຢາມ ລັດເຊຍ ໄດ້ເຫັນດີເພີ່ມທະວີຄວາມມານະພະຍາຍາມລວມ ເພື່ອແນໃສ່ປອດນິວເຄຼຍ ໃນແຫລມເກົາຫລີ ພ້ອມທັງ ຊຸກຍູ້ການຮ່ວມມືດ້ານເສດຖະກິດສອງຝ່າຍ. 

ລັດເຊຍແລະສເກົາຫລີເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດແລະບັນຫາສປປເກົາຫລີ - ảnh 1ທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev ແລະ ທ່ານປະທານາທິບໍດີ ສເກົາຫລີ Moon Jae in 

ພາບ:sputnikimages.com

ຕາມຫ້ອງການປະທານາທິບໍດີ ສເກົາຫລີ ແລ້ວ, ການນຳສອງທ່ານ ໄດ້ເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານຍຸດທະສາດລະຫວ່າງສອງປະເທດ ເພື່ອແນໃສ່ຫນູນຊ່ວຍວິວັດການປອດນິວເຄຼຍໃນແຫລມເກົາຫລີ ແລະ ສ້າງສັນຕິພາບຍາວນານ ພ້ອມທັງຮັບຮູ້ການປ່ຽນແປງຕັ້ງຫນ້າໃນແຫລມເກົາຫລີ. ກ່ອນຫນ້ານັ້ນ ໃນບົດກ່າວປາໄສທີ່ ສະພາຕ່ຳ ລັດເຊຍ, ປະທານາທິບໍດີ Moon Jae in ເນັ້ນຫນັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ສເກົາຫລີ ແລະ ລັດເຊຍ ແລະ ຖືວ່າ ນັ້ນແມ່ນພື້ນຖານຂອງສັນຕິພາບໃນແຫລມເກົາຫລີ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ອາຊີຕາເວັນອອກສ່ຽງເຫນືອ.

ຕອບກັບ

ຂ່າວ/ບົດ​ອື່ນ