ລີບີ: LNA ເປີດການບຸກໂຈມຕີຄັ້ງໃຫຍ່ ເພື່ອແນໃສ່ບຸກຕີບັນດາກຸ່ມຝ່າຍຄ້ານ

(VOVWORLD) -  ກອງທັບແຫ່ງຊາດ ລີບີ (LNA) ໂດຍນາຍພົນ Khalifa Haftar ບັນຊາປະກາດວ່າ ກຳລັງນີ້ໄດ້ປຸກລະດົມການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່...

ລີບີ: LNA ເປີດການບຸກໂຈມຕີຄັ້ງໃຫຍ່ ເພື່ອແນໃສ່ບຸກຕີບັນດາກຸ່ມຝ່າຍຄ້ານ - ảnh 1 ກຳລັງທະຫານ ລີບີ

(ພາບ: AFP/TTXVN)

ວັນທີ 17 ມິຖຸນາ, ກອງທັບແຫ່ງຊາດ ລີບີ (LNA) ໂດຍນາຍພົນ Khalifa Haftar ບັນຊາປະກາດວ່າ ກຳລັງນີ້ໄດ້ປຸກລະດົມການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່ ເພື່ອແນ່ໃສ່ບຸກຕີບັນດາກຸ່ມຝ່າຍຄ້ານໃຫ້ອອກຈາກເຂດ ບໍ່ນ້ຳມັນຢູ່ທາງທິດຕາເວັນຕົກພາກເໜືອ ລີບີ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Ahmed Al -  Mesmari, ໂຄສົກ LNA ໄດ້ປະກາດວ່າ: “ພວກຂ້າພະເຈົ້າໄດ້ເປີດການບຸກໂຈມຕີຂະໜາດໃຫຍ່ດ້ວຍການໜູນຊ່ວຍຂອງກອງທັບອາກາດ ເພື່ອບຸກຕີບັນດານັກຮົບຂອງ Ibrahim al – Jadhran, ການນຳກຸ່ມທະຫານກອງພົນນ້ອຍປ້ອງກັນຕົວ Benghazi (BDB), ພ້ອມກັບພັນທະມິດຂອງກຳລັງນີ້”.

        ວັນທີ 17 ມິຖຸນາ, ກຳລັງກອງທັບອາກາດຂອງ LNA ໄດ້ກ່າວເຕືອນປະຊາຊົນຢູ່ເຂດບໍ່ນ້ຳມັນຈົ່ງຫຼີກລ້ຽງອອກຫ່າງຈາກເຂດນີ້, ເຊິ່ງເປັນບ່ອນທີ່ກຸ່ມທີ່ເປັນປໍລະປັກພວມເຕົ້າໂຮມພ້ອມກັບອາວຸດ, ລູກປືນ ແລະ ລົດການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ