ລີບີ:ISບຸກໂຈມຕີໂຮງແຮມໃຫຍ່ແຫ່ງໜຶ່ງຢູ່Tripoli

ລີບີ:ISບຸກໂຈມຕີໂຮງແຮມໃຫຍ່ແຫ່ງໜຶ່ງຢູ່Tripoli - ảnh 1
ທະ​ຫານ​ປິດ​ລ້ອມ​ໂຮມ​ແຮມ
(ພາບ:
latimesblogs)

(vovworld) – ວັນ​ທີ 27/1, ໂຮງ​ແຮມ​​ໃຫຍ່​ Corinthia ຢູ່​ນະ​ຄອນຫຼວງ Tripoli ຂອງ ລີ​ບີ, ບ່ອນ​ທີ່​ເຄີຍ​ຕ້ອນ​ຮັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ແລະ ແຂກ​ຕ່າງ​ປະ​ເທດ, ຖືກ​ບຸກ​ໂຈມ​ຕີ​ໃຫ້​ເຮັດ​ຢ່າງ​ໜ້ອຍ​ສຸດ​ມີ 3 ຄົນ​ເສຍ​ຊີ​ວິດ ແລະ 5 ຄົນ​ຖື​ກ​ຮັບ​ບາດ​ເຈັບ​. ແລ​ະ ເບິ່ງ​ຄື​ວ່າ​ຍັງ​ມີ​ບາງ​ຄົນ​ຖືກ​ຈັບ​​ເປັນຕົວ​ປະ​ກັນ​. ທ່ານ Essam Naas, ​ໂຄ​ສົກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ Tripoli ໃຫ້​ຮູ້​ວ່າ: ​ໄດ້​ເກີດ​ເຫດ​ລະ​ເບີດ​ຢູ່​ນ​ອກ​ໂຮງ​ແຮມ​ເຮັດ​ໃຫ້​ພາ​ລະ​ກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 3 ຄົນ​ເສຍ​ຊີ​ວິດ. ຫຼັງ​ຈາກນັ້ນ, ຢ່າງ​ໜ້ອຍ​ສຸດ​ມີ​ມື​ປືນ 3 ຄົນໄດ້​ບຸກ​ເຂົ້າ​ໂຮງ​ແຮມ ແລະ ​ຍິງປະ​ທະ​ກັນ​ກັບ​ກຳ​ລັງ​ປ້ອງ​ກັນ​. ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົ​ບ​ໄດ້​ຈັບ​ຕົວ​ມື​ປືນ​ຄົນ​ໜຶ່ງ ແລະ ປິດ​ລ້ອມ​ໂຮງ​ແຮມ​ແຫ່ງນີ້.


ຂ່າວ/ບົດ​ອື່ນ