ລະດົມແຫຼ່ງກຳລັງພັດທະນາເຂດທົ່ງພຽງແມ່ນ້ຳຂອງ

ລະດົມແຫຼ່ງກຳລັງພັດທະນາເຂດທົ່ງພຽງແມ່ນ້ຳຂອງ - ảnh 1
(ທ່ານ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ
ກ່າ​ວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ)

(vovworld) – ໃນ​ຕອນ​ເຊົ້າ​ວັນ​ທີ 22/8, ຢູ່​ນະ​ຄອນ​ເກີ່ນ​ເທີ, ທ່ານເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​​ເຂດທິດ​ຕາ​ເວັນ​ຕົກ​ພາກ​ໃຕ້ ເປັນ​ປະ​ທານກອງ​ປ​ະ​ຊຸມ ໃນຫົວ​ເລື່ອງ “ລະ​ດົມ​ແຫຼ່ງ​ກຳ​ລັງ​ພັດ​ທະ​ນາ​​​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ ແລະ ລະ​ບົບ logistics ເຂດ​ທົ່ງ​ພຽງ​ແມ່​​ນ້ຳ​ຂອງ”.

ທ່ານ ເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຄັ້ງນີ້ກໍ່​ໄດ້​ວາງ​​ວິ​ທີ​ການ​ລົງ​ທຶນ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ແລະ logistics ໃຫ້​ແກ່​ເຂດ. ທ່ານເວືອງ​ດິ່ງ​ເຫ້ວ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ໜາ​ວ່າ: ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ແລະ ບັນ​ດາ​ນັກ​ລົງ​ທຶນ​ປະ​ກອບ​ຄຳ​ເຫັນກ່ຽວ​ກັບ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ ​ເພື່ອ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ແຫຼ່ງ​ກຳ​ລັງໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຂົງ​ເຂດ.

ພາຍຫຼັງ​ກອງ​ປະ​ຊຸມນີ້, ບັນ​ດາ​ອົງ​ການ​ຈະ​ສະ​ເໜີ​ຕໍ່ລັດ​ຖະ​ບານ ​ກ່ຽວ​ກັບ​ແຜນ​ການ ແລະ ມາດ​ຕະ​ການ​ພັດ​ທະ​ນາ​ຄົມ​ມະ​ນາ​ຄົມ ແລະ ບໍ​ລິ​ການ logistics ທົ່ວ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ເພື່ອ​ໃຫ້​ລັດ​ຖະ​ບານ​ຈັດ​ສັນ​ແຫຼ່ງ​ກຳ​ລັງ​ໃສ່​ແຜນ​ການ​ລົງ​ທຶນຂອງ​ລັດ ​ໄລ​ຍະ​ກາງ.

ຂ່າວ/ບົດ​ອື່ນ