ລາຄານ້ຳມັນບໍ່ຢູ່ຕະຫລາດໂລກເພີ່ມຂຶ້ນເລັກນ້ອຍ

ລາຄານ້ຳມັນບໍ່ຢູ່ຕະຫລາດໂລກເພີ່ມຂຶ້ນເລັກນ້ອຍ - ảnh 1
ພາບ​ປະ​ກອບ:internet

(vovworld)-​​​​ທີ່​ນັດ​ຕິດ​ຕໍ່​ຄ້າ​ຂາຍ​ໃນ​ວັນ​ທີ 17/12, ​ລາ​ຄານ້ຳ​ມັນ​ບໍ່​ຢູ່​ຕະ​ຫລາດ​ໂລກ​ເພີ່ມ​ຂຶ້ນ​ເລັກ​ນ້ອຍ​ຄືນ​ໃຫມ່ ພາຍ​ຫລັງ​ລຸດ​ລົງ​ລະ​ດັບ​ຕ່ຳ​ສະ​ຖິ​ຕິ​ໃນ​ກວ່າ 5 ປີ​ຜ່ານ​ມາ. ​ລາ​ຄານ້ຳ​ມັນ​ບໍ່​ເພີ່ມ​ຂຶ້ນ​ເລັກ​ນ້ອຍ ພາ​ຍ​ຫລັງ ກະ​ຊວງ​ການ​ເງິນ​ລັດ​ເຊຍ ຕົກ​ລົງ​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ​ສະ​ສົມ​ຂອງ​ປະ​ເທດນີ້​ອອກ​ສູ່​ຕະ​ຫລາດ ຕໍ່​ຫນ້າ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ ​ສະ​ກຸນ​ເງິນ Rubles ຂອງ​ລັດ​ເຊຍຕົກ​ລາ​ຄາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ນັກ​ເສດ​ຖະ​ກິດ​ກໍ​ມີ​ຄວາມ​ວິ​ຕ​ົກ​ກັງ​ວົນ​ວ່າ ແຫລ່ງ​ສະ​ຫນອງ​ເຫລືອ ແລະ ຄວາມ​ຕ້ອງ​ການ​ໃຊ້​ສອຍ​ໃນ​ຕະ​ຫລາດຫນ້ອຍ ແມ່ນ​ເລີ່ມ​ຈາກ​ທ່າ​ອ່ຽງ​ພັດ​ທະ​ນາ​ຢ່າງ​ຊັກ​ຊ້າ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຢູ່ ເອີ​ລົບ ແລະ ອາ​ຊີ ສືບ​ຕໍ່​ສົ່ງ​​ຜົນ​ສະ​ທ້ອນ​ເຖິງ​ຕະ​ຫລາ​ດ​ນ້ຳ​ມັນ​ບໍ່ ແລະ ການ​ເພີ່ມ​​ລາ​ຄາ​ນ້ຳ​ມັນໃນ​ຄັ້ງ​ນີ້ ອາດ​ຈະ​​ຮັກ​ສາ​ໄດ້​ໃນ​ໄລ​ຍະ​ສັ້ນ​.

 

 

 

ຂ່າວ/ບົດ​ອື່ນ