ລາງວັນລະດັບຊາດກ່ຽວກັບປະສິດທິຜົນພະລັງງານໃນອຸດສາຫະກຳ ປີ 2017 ຄັ້ງທຳອິດ

(VOVWORLD) - ນີ້ແມ່ນລາງວັນໂດຍກະຊວງອຸດສາຫະກຳການຄ້າເປັນເຈົ້າພາບຈັດຕັ້ງ ແລະ ນີ້ແມ່ນຄັ້ງທຳອິດທີ່ລາງວັນດັ່ງກ່າວໄດ້ຮັບການຈັດຕັ້ງ.

ລາງວັນລະດັບຊາດກ່ຽວກັບປະສິດທິຜົນພະລັງງານໃນອຸດສາຫະກຳ ປີ 2017 ຄັ້ງທຳອິດ - ảnh 1

ທ່ານ ຫງວຽນກວກຮຽບ, ປະທານສະມາຄົມວິທະຍາສາດ ແລະ ເຕັກໂນໂລຢີນຳໃຊ້ພະລັງງານປະຢັດ, ມີປະສິດທິຜົນ ຫວຽດນາມ ແນະນຳກ່ຽວກັບລາງວັນ

(ພາບ: Nguyễn Quỳnh/VOV)

ວັນທີ 20 ພະຈິກ, ຢູ່ຮ່າໂນ້ຍ, ສະມາຄົມວິທະຍາສາດ ແລະ ເຕັກໂນໂລຢີ ນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ ຫວຽດນາມ ປຸກລະດົມລາງວັນລະດັບຊາດກ່ຽວກັບປະສິດທິຜົນພະລັງງານໃນອຸດສາຫະກຳປີ 2017. ນີ້ແມ່ນລາງວັນໂດຍກະຊວງອຸດສາຫະກຳການຄ້າເປັນເຈົ້າພາບຈັດຕັ້ງ ແລະ ນີ້ແມ່ນຄັ້ງທຳອິດທີ່ລາງວັນດັ່ງກ່າວໄດ້ຮັບການຈັດຕັ້ງ. ລາງວັນເພື່ອແນໃສ່ຮັບຮູ້ ແລະ ເຊີດຊູບັນດາວິສາຫະກິດ ໄດ້ປະຕິບັດສຳເລັດບັນດາມາດຕະການປະຢັດພະລັງງານ. ມຸນຄ່າຂອງລາງວັນມີ 1 ລາງວັນທີໜຶ່ງ ມີມຸນຄ່າ 3 ລ້ານດົ່ງ, 2 ລາງວັນທີສອງ ມີມຸນຄ່າ 2 ລ້ານດົ່ງ, 3 ລາງວັນທີສາມ ມີມູນຄ່າ 1,5 ລ້ານດົ່ງ. ພິທີສະຫລຸບ ແລະ ມອບລາງວັນຈະຈັດຕັ້ງໃນເດືອນ ມັງກອນ 2018.

ຕອບກັບ

ຂ່າວ/ບົດ​ອື່ນ