ລາຊະອານາຈັກອັງກິດຍາມໃດກໍ່ມີແຜນນະໂຍບາຍປັບປຸງ ແລະເພີ່ມທະວີການຄ້າກັບຫວຽດນາມ

ລາຊະອານາຈັກອັງກິດຍາມໃດກໍ່ມີແຜນນະໂຍບາຍປັບປຸງ ແລະເພີ່ມທະວີການຄ້າກັບຫວຽດນາມ - ảnh 1
ທ່າານາງ  Lesley Craig

(vovworld)- ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ ທ່ານ Lesley Craig ​ອຸ​ປະ​ທູດ​ຊົ່ວ​ຄາວ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ປະ​ຈຳ​ ຫວຽດ​ນາມ ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບທີ່​​ອາດ​ຈະ​ເກີດ​ຂື້ນ​ຈາກ Brexit ສຳ​ລັບ​ການ​ພົວ​ພັນ​ດ້ານເສດ​ຖະ​ກິດ ​ລະ​ຫວ່າງ ອັງ​ກິດ-ຫວຽດ​ນາມ. ​ທ່ານ Lesley Craig ອຸ​ປະ​ທູດ​ຊົ່ວ​ຄາວ ຊີ້​ແຈ້ງວ່າ ອັງ​ກິດ​ຈະ​ສືບ​ຕໍ່​ພ້ອມ​ກັບ​ຫວຽດ​ນາມ ເພີ່ມ​ທະ​ວີ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ລະ​ຫວ່າງ ສອງ​ປະ​ເທດ. ກາ​ນ​ລົງ​ປະ​ຊາ​ມະ​ຕິ ​​ຫາກໍ່​ດຳ​ເນີນ​ໄດ້ 1 ອາ​ທິດ; ຕ້ອງ​ໃຊ້​ເວ​ລາ​ອີ​ກໄລ​ຍະ​ໜຶ່ງ​ຕື່ມ ຈຶ່ງ​ຈະ​ສາ​ມາດ​ສ້າງ​ຕັ້ງ ​​ສາຍພົວ​ພັນ​ໃໝ່ ລະ​ຫວ່າງ ອັງ​ກິດ​ ກັບEU​ໄດ້. ປັດ​ຈຸ​ບັນ ອັງ​ກິດ ​ຍັງ​ແມ່ນ​ສະ​ມາ​ຊິກ ຂອງ EU ຢູ່  ແລະ ອັງ​ກິດ ກໍ່​ຍັງສະ​ໜັບ​ສະ​ໜູນ ສັນ​ຍາ​​ການ​ຄ້າເສ​ລີ ລະ​ຫວ່າງ EU  ແລະ ຫວຽດ​ນາມ. ທ່ານ Lesley Craig ໃຫ້​ຮູ້​ວ່າ ອັງ​ກິດ​ ປາດ​ຖະ​ໜາ​ຢາກສືບ​ຕໍ່​ເພີ່ມ​ທະ​ວີ​​ການເຊື່ອມ​ຕໍ່ ລະ​ຫວ່າງ ສອງ​ປະ​ເທດ ແລະ ລະ​ຫ່​ວາງ​ ປະ​ຊາ​ຊົ​ນ​ສອງ​ປະ​ເທດ​ໃຫ້ຫຼາຍ​ຂື້ນ. ການ​ພົວ​ພັນ​​ດ້ານການ​ຄ້າສອງ​ຝ່າຍ ກັບ​ຫວຽດ​ນາມ ເປັນ​​ຄວາມ​ເອົາ​ໃຈ​ໃສ່​ຂອງ​ອັງ​ກິດ. ອັງ​ກິດ ຈະ​ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຢ່າງ​ເລິກເຊິ່ງ,     ກ້​ວາງ​ຂວາງ​ທຸກ​ຂົງ​ເຂດ ​ກັບ​ຫວຽດ​ນາມ.


ຂ່າວ/ບົດ​ອື່ນ