ລາຍການ “ລະດູບານໃໝ່ຢູ່ໝູ່ເກາະທີ່ຫ່າງໄກ - ຄັ້ງທີ III”: ຝາກຄວາມອົບອຸ່ນເຖິງເຂດທະເລໝູ່ເກາະ

(VOVWORLD) - ນີ້ແມ່ນລາຍການສະແດງສິລະປະໄດ້ຈັດຕັ້ງເນື່ອງໃນໂອກາດບຸນເຕັດວຽນມາ, ເພື່ອແນໃສ່ສ້າງກອງທຶນມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ພະນັກງານ, ນັກຮົບພວມປະຕິບັດໜ້າທີ່ຢູ່ບັນດາເຂດທະເລ, ໝູ່ເກາະ ແລະ ເຮືອນຮ້ານ...
ລາຍການ “ລະດູບານໃໝ່ຢູ່ໝູ່ເກາະທີ່ຫ່າງໄກ - ຄັ້ງທີ III”: ຝາກຄວາມອົບອຸ່ນເຖິງເຂດທະເລໝູ່ເກາະ - ảnh 1 ການສະແດງສິລະປະທີ່ລາຍການ

ລາຍການ “ລະດູບານໃໝ່ຢູ່ໝູ່ເກາະທີ່ຫ່າງໄກ - ຄັ້ງທີ III” ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 17 ທັນວາ, ຢູ່ນະຄອນ ໂຮ່ຈີມິນ. ນີ້ແມ່ນລາຍການສະແດງສິລະປະໄດ້ຈັດຕັ້ງເນື່ອງໃນໂອກາດບຸນເຕັດວຽນມາ, ເພື່ອແນໃສ່ສ້າງກອງທຶນມອບຂອງຂວັນປີໃໝ່ໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ພະນັກງານ, ນັກຮົບພວມປະຕິບັດໜ້າທີ່ຢູ່ບັນດາເຂດທະເລ, ໝູ່ເກາະ ແລະ ເຮືອນຮ້ານ, ສະໜອງທຶນການສຶກສາໃຫ້ນັກຮຽນເຊິ່ງເປັນລູກຂອງບັນດາທະຫານເຮືອ ແລະ ຊາວປະມົງທີ່ປະສົບກັບຄວາມຫຍຸ້ງຍາກ. ກ່າວຄຳເຫັນທີ່ລາຍການ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຢັ້ງຢືນວ່າ: ບັນດາການເຄື່ອນໄຫວມຸ່ງໄປເຖິງທະເລ, ໝູ່ເກາະບ້ານເກີດເມືອງນອນ, ສະຫງວນບັນດາສິ່ງທີ່ດີງາມທີ່ສຸດໃຫ້ແກ່ທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ, ນຳເອົາລະດູບານໃໝ່, ນຳຄວາມເບີກບານມ່ວນຊື່ນໃຫ້ເຂດທະເລ, ໝູ່ເກາະ ແມ່ນບັນດາວຽກງານທີ່ມີຄວາມໝາຍ. ບັນດາການເຄື່ອນໄຫວນີ້ ໄດ້ປະກອບສ່ວນພ້ອມກັບພັກ ແລະ ລັດ ເບິ່ງແຍງດູແລໃຫ້ບັນດານັກຮົບ, ຊາວປະມົງຕິດພັນກັບທະເລ, ໝູ່ເກາະ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ.

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຮັບ ເງິນບໍລິຈາກກ່ວາ 15 ຕື້ດົ່ງ. ນີ້ແມ່ນນ້ຳໃຈຂອງບັນດາສ່ວນບຸກຄົນ ແລະ ໝູ່ຄະນະຝາກເຖິງປະຊາຊົນ, ພະນັກງານ ແລະ ນັກຮົບພວມປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດທັງເວັນ ແລະ ຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ