ລາຍການກິລາ ຫວຽດນາມ ທີ່ມີກຽດສະຫງ່າ

ລາຍການກິລາ ຫວຽດນາມ ທີ່ມີກຽດສະຫງ່າ - ảnh 1
ລາຍ​ການ “ກິ​ລາ ຫວຽດ​ນາມ ທີ່​ມີ​ກຽດ​ສະ​ຫງ່າ”

(vovworld) – ​ເພື່ອສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງວັນ​ກິ​ລາ ຫວຽດ​ນາມ (27/3/1946 – 27/3/2017), ຕອນ​ຄ່ຳ​ວັນ​ທີ 27/3, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັ​ດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ, ກົມ​ໃຫຍ່​ກິ​ລາ ກາຍ​ຍະ​ກຳ ໄດ້​ສົມ​ທົບ​ກັບ​ໜັງ​ສື​ພິມ​ກິ​ລາ ຫວຽດ​ນາມ ​ຈັດ​ຕັ້ງ​ລາຍ​ການ “ກິ​ລາ ຫວຽດ​ນາມ ທີ່​ມີ​ກຽດ​ສະ​ຫງ່າ”. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອ​ບ​ລາງວັນ​ໃຫ້​ນັກ​ກິ​ລາ 10 ຄົນ ແລະ ຄູ​ຝຶກດີ​ເດັ່ນທົ່ວ​ປະ​ເທດ ໃນ​ປີ 2016 5 ຄົນ; ນັກ​ກິ​ລາ​​ພິ​ການ 5 ຄົນ ແລະ ຄູ​ຝຶກ​ນັກ​ກິ​ລາ​ພິ​ການ​ດີ​ເດັ່ນ 3 ຄົນ. ພິ​ເສດ​ຢູ່ Olympic Rio 2016 ທີ່ໄດ້​​ດຳ​ເນີນ​ຢູ່ ບ​ຣາ​ຊິນ, ນັກ​ຍິງ​ປືນ ຮ່​ວາງ​ຊ​ວນ​ວີງ ​ສາ​ມາ​ດສ້າງ​ສະ​ຖິ​ຕິ​ໃຫ້​ກິ​ລາ ຫວຽດ​ນາມ ​ເມື່ອລາວ​ຄ້​ວາ​ໄດ້ຫຼຽນ​ຄຳ, ທຳ​ລາຍ​ສະ​ຖິ​ຕິ Olympic ແລະ ຄ້​ວາ​ໄດ້​ຫຼຽນ​ເງິນ 1 ຫຼຽນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​​ທີ່ກິ​ລາ ຫວຽດ​ນາມ ຄ້​ວາ​ໄດ້​ຫຼຽນ​ຄຳ Olympic. ກິ​ລາ​ຄົນ​ພິ​ການ ຫວຽດ​ນາມ ກໍ່​ຄ້​ວາ​ໄດ້ຫຼຽນ​ຄ​ຳ 1 ຫຼຽນ, ຫຼຽນ​ເງິນ 1 ຫຼຽນ ແລະ ຫຼຽນ​ທອງ 2 ຫຼຽນຢູ່ Paralympic Rio 2016.


ຂ່າວ/ບົດ​ອື່ນ