ລາຍການ“ດ້ຽນບຽນຝູ-ບົດດົນຕີປະສານສຽງ ສັນຕິພາບ” - ບ່ອນພົບປະ ຕົວພະຍານຫຼັກຖານປະຫວັດສາດ

ລາຍການ“ດ້ຽນບຽນຝູ-ບົດດົນຕີປະສານສຽງ ສັນຕິພາບ” - ບ່ອນພົບປະ ຕົວພະຍານຫຼັກຖານປະຫວັດສາດ - ảnh 1
ລາຍການວາດພາບ ການຂົນສົ່ງເຂົ້າ ເຂົ້າສະໜາມຮົບ
(ພາບ: Thanh Tùng/TTXVN)

(vovworld) – ລາຍການສະ​ແດງ​ສິລະ​ປະ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​​ໄຊຊະນະ ດ້ຽນບຽນ​ຝູ (1954 – 2014) ທີ່​ມີ​ຊື່ວ່າ “ດ້ຽນບຽນ​ຝູ - ບົດ​ດົນຕີ​ປະສານ​ສຽງ​ສັນຕິພາບ” ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນ​ທີ 21/4, ຢູ່​ຮ່າ​ໂນ້ຍ. ດ້ວຍ​ຈຸດປະສົງ​ວາດ​ພາບ, ​ເຊີດ​ຊູ​ໄຊຊະນະ ດ້ຽນບຽນ​ຝູ ນັ້ນ ຜູ້​ຊົມ​​​ໄດ້ພົບ​ປະກັບ​ບັນດາ​ບຸກຄົນ​​ທີ່​ໄດ້​ສ້າງ​ເປັນ​ປະຫວັດສາດຂອງຊາດ ຫວຽດນາມ ​ແລະ ​ໂລກ, ບັນ​ດາ​ບຸກຄົນ​​ມະຫັດສະຈັນ, ບັນດາ​ຕົວພະຍານ​ຫຼັກ​ຖານ​ໃນ​ບັ້ນ​ຮົບທີ່​ດຸ​ເດືອດລະຫວ່າງ ຝຣັ່ງ ​ແລະ ຫວຽດນາມ.

    ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍການ​ແມ່ນ​ການ​ສຳພາດ​ທ່ານ Phillippe Sainteny, ລູກ​ຊາຍຂອງ​ທ່ານ Jean Saunteny, ອະດີດ​ຜູ້​ວ່າການ​ພາກ​ເໜືອ ຫວຽດນາມ (ຜູ້​ທີ່​ໄດ້​ຕາງໜ້າ​ລັດຖະບານ ຝຣັ່ງ ​ເຊັນ​ສົນທິສັນຍາ​ເບື້ອງ​ຕົ້ນ 6/3 ກັບ​ປະທານ ​ໂຮ່ຈີ​ມິນ), ນັ້ນ​ແມ່ນຄວາມ​ຊົງ​ຈຳ​ຂອງ​ທ່ານ​ນາງ Raymond Dien, ​ແມ່ຍິງ ຝຣັ່ງ ຄົນ​ໜຶ່ງ​ທີ່​ໄດ້​​ສະກັດ​ກັ້ນ​ຂະບວນ​ລົດ​ໄຟ​ຂົນ​ສົ່ງ​ອາວຸດ ​ໄປ​ຍັງ ຫວຽດນາມ. ພິ​ເສດ, ​ໃນ​ບັນດາ​ຕົວພະຍານ​ຫຼັກ​ຖານ​ຂອງ​ບັ້ນ​ຮົບ ດ້ຽນບຽນ​ຝູ ​ໃນ​ເມື່ອ​ກ່ອນ ມີ​ຜູ້​ກຳກັບ Daniel Roussel, ອະດີດ​ນັກ​ຂ່າວ​ຂອງ​ໜັງສືພິມ L’Humanitte’ (ມະ​ນຸດ​ສະ​ທຳ), ຜູ້​ກຳກັບ​ຝິມຮູບ​ເງົາ “ການ​ຕໍ່ສູ້​ລະຫວ່າງ ​ເສືອ ​ແລະ ຊ້າງ” ສ່ອງ​ແສງກ່ຽວ​ກັບ​ໄຊຊະນະ ດ້ຽນບຽນ​ຝູ. ​ເມື່ອ​​ແບ່ງປັນ​ຄວາມ​ຄິດ​ຂອງ​ຕົນ​ກ່ຽວ​ກັບ​ໄຊຊະນະ ດ້ຽນບຽນ​ຝູ, ທ່ານ Daniel Roussel ​ໃຫ້​ຮູ້​ວ່າ:

    “​ຄວາມ​ຕັດສິນ​ໃຈ​ຂອງ 2 ຝ່າຍ​ແມ່ນ​ແຕກ​ຕ່າງ​ກັນ. ຝ່າຍ​ ຝຣັ່ງ ຕໍ່ສູ້​​ແມ່ນ​ຕ້ອງ​ຕໍ່ສູ້​ເທົ່າ​ນັ້ນ, ​ໃນ​ຂະນະ​ທີ່​ຝ່າຍ​ ຫວຽດນາມ ​ແມ່ນ​ທົ່ວທັງ​ຊາດ, ​ແມ່ນບັນ​ດາ​ບຸກຄົນ​​ລຸກ​ຮື້ຂຶ້ນຕໍ່ສູ້​ເພື່ອ​ຮັກສາ​ເຂດດິນ​ແດນ​ຂອງ​ຕົນ, ​ເພື່ອ​ຍາດ​ເອົາເອກະລາດ, ສັນຕິພາບ​​ໃຫ້​ແກ່ຕົນ. ສິ່ງ​ນັ້ນ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນທີ່​ສຸດ ​ແລະ ຍ້ອນ​ຄວາມ​ຕັດສິນ​ໃຈ​ນັ້ນ ຊາດ ຫວຽດນາມ ຈຶ່ງ​ບໍ່​ຍອມຈຳນົນ.”


ຂ່າວ/ບົດ​ອື່ນ