ລາຍການພົບປະແລກປ່ຽນ“ລະດູບານໃໝ່ເພື່ອເດັກ”

ລາຍການພົບປະແລກປ່ຽນ“ລະດູບານໃໝ່ເພື່ອເດັກ” - ảnh 1
ລາຍການ​ພົບ​ປະ​ແລກປ່ຽນ “ລະດູບານ​ໃໝ່​ເພື່ອ​ເດັກ”
(ພາບ: TTXVN)

(vovworld) - ​​ ລາຍການ​ພົບ​ປະ​ແລກປ່ຽນ “ລະດູບານ​ໃໝ່​ເພື່ອ​ເດັກ” ປີ 2017 ດ້ວຍ​ຫົວ​ຂໍ້​ວ່າ “10 ປີ - ​ເພື່ອ​ຄວາມ​ໄຝຝັນຂອງ​ເດັກ” ​ໂດຍ​ຄັງ​ອຸປະ​ກະລະ​ເດັກນ້ອຍ ຫວຽດນາມ ຈັດ​ຕັ້ງ ​ໃນ​ຕອນ​ຄ່ຳ​ວັນ​ທີ 14/01 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ລາຍການ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິງ ​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີຜ່ານມາ, ພັກ ​ແລະ ລັດ​ໄດ້​ມີ​ແຜນ​ນະ​ໂຍລາຍ, ນະ​ໂຍບາຍ​ສຳຄັນ​ຫລາຍ​ຢ່າງ ​ໃນ​ນັ້ນ​ມີ​ນະ​ໂຍບາຍ​ຫັນ​ວຽກ​ງານ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ສຶກສາ​ເດັກນ້ອຍ​ເປັນວຽກ​ງານ​ສັງຄົມ ​​ເພື່ອ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ລຸ້ນໜຸ່ມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຮຽກ​ຮ້ອງ​ບັນດາ​ອົງການ, ບຸກຄົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສືບ​ຄໍ່​ຮ່ວມ​ແຮງ​ຮ່ວມ​ໃຈ, ຮ່ວມ​ເດີນທາງ​ກັບ​ຄັງ​ອຸປະ​ກະລະເດັກນ້ອຍ ຫວຽດນາມ ​ເພື່ອ​ມີ​ຫລາຍ​ແຫຼ່ງກຳລັງ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ເດັກນ້ອຍ ​ແລະ ນັບ​ມື້​ນັບ​ມີ​ເດັກນ້ອຍ​ທີ່​ທຸກ​ຍາກ, ​ເດັກກຳພ້າ, ​ເດັກ​ພິການຫລາຍ​ຄົນ​ໄດ້​ຮັບ​ການ​ເບິ່ງ​ແຍງ, ​ເພື່ອ​ໃຫ້​ຄວາມ​ໄຝຝັນ​ຂອງ​ພວກ​ນ້ອງ​ປະກົດ​ຜົນ​ເປັນຈິງ.

        ​ໃນ​ລາຍການ, ຄະນະ​ຈັດ​ຕັ້ງ​​ໄດ້ສະ​ແດງ​ຄວາມ​ຮູ້ບຸນ​​ຄຸນ​ຕໍ່​ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ​ຂອງ​ບັນດາ​ນັກ​ອຸປະຖຳ​ໃຫ້​ເດັກນ້ອຍ ຫວຽດ​ນາມ ​ໂດຍ​ຜ່ານ​ລາຍການ “ລະດູບານ​ໃໝ່​ເພື່ອ​ເດັກ” ​ໃນຕະຫລອດ 10 ປີຜ່ານມາ (2007 - 2017). ​ເນື່ອງ​ໃນ​ໂອກາດ​ນີ້ ຄັງ​ອຸປະ​ກະລະ​ເດັກນ້ອຍ ຫວຽດນາມ ​ໄດ້​ຮັບ​ເອົາ​​ເງິນກ່ວາ 100 ຕື້​ດົ່ງຈາກ​ເກືອບ 40 ອົງການ, ບຸກຄົນ, ວິ​ສາ​ຫະກິດ, ບັນດາຜູ້​ໃຈ​ບຸນ​ໃຈ​ກຸສົນ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ການ​ເຕື່ອນ​ໄຫວ​ເພື່ອ​ເດັກນ້ອຍ.

ຂ່າວ/ບົດ​ອື່ນ