ລາຍການພົບປະແລກປ່ຽນສິລະປະ“ຮ່ວມແຮງຮ່ວມໃຈກັບຊາວປະມົງເພື່ອອອກໄກຝັ່ງຫາປາ”

ລາຍການພົບປະແລກປ່ຽນສິລະປະ“ຮ່ວມແຮງຮ່ວມໃຈກັບຊາວປະມົງເພື່ອອອກໄກຝັ່ງຫາປາ” - ảnh 1
ເຖິງວ່າສະພາບສັບສົນຢູ່ທະເລຕາເວັນອອກ ແຕ່ຊາວປະມົງຫວຽດນາມ ຍັງສືບຕໍ່ອອກໄກຝັ່ງຫາປາ
ພາບ:vtv.vn

(vovworld)-ຕອນ​ບ່າຍ​ວັນ​ທີ 21/7 ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຈັດ​ລາຍການພົບປະ​ແລກປ່ຽນ​ສິລະ​ປະ“ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ຊາວ​ປະມົງ​ເພື່ອ​ອອກ​ໄກ​ຝັ່ງ​ຫາ​ປາ”ປີ 2014. ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍການ ​ແມ່ນ​ການ​ພົບ​ປະໂອ້​ລົມກັບ​ຜູ້ຕາງຫນ້າ​ຂອງ​ກຳລັງ​ກວດກາ​ການ​ປະມົງ ​ແລະ ຊາວ​ປະມົງ​ດີ​ເດັ່ນ​ຈຳນວນ​ຫນຶ່ງ. ລາຍການ​ໄດ້​​ຊີ້​ໃຫ້​ເຫັນ​ເຈດ​ຈຳນົງ​ອົງ​ອາດ​ກ້າ​ແກ່ນ​, ຄວາມ​ຕັດສິນ​ໃຈ​ຂອງ​ຊາວ​ປະມົງ ​ແລະ ກຳລັງ​ກວດກາ​ການ​ປະມົງ ອອກ​ໄກ​ຝັ່ງ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ.  ​ເນື່ອງ​ໃນ​ໂອກາດ​ນີ້ ຜູ້ຕາງຫນ້າທະນາຄານ​ແຫ່ງ​ລັດ​ຫວຽດນາມ ​​ໄດ້​ມອບ​​ເງິນ​ຈຳນວນ​ຫນຶ່ງ ​ເພ່ືອຫນູນ​ຊ່ວຍ​ຊາວ​ປະມົງອອກ​ໄກ​ຝັ່ງ​ຫາ​ປາ, ​ແລະ ສະຫນອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສິນ​ເຊື່ອ​ບຸລິມະສິດ​ໃຫມ່​ຂອງ​ລັດ​ຖະບານ, ຂອງ​ທະນາຄານ​ແຫ່ງ​ລັດ​ສຳລັບ​ຊາວ​ປະມົງ​ທົ່ວ​ປະ​ເທດ ​ເພື່ອ​ຫນູນ​ຊ່ວຍ​ຊາວ​ປະມົງ​ອອກ​ໄກ​ຝັ່ງ​ຫາ​ປາ.

ຂ່າວ/ບົດ​ອື່ນ