ລາຍການພົບປະແລກປ່ຽນສະແດງສິລະປະ“ລະດົມກຳລັງໃຈ ໃຫ້ຊາວປະມົງເດີນ ເຮືອຫາປາຢູ່ທະເລ”

ລາຍການພົບປະແລກປ່ຽນສະແດງສິລະປະ“ລະດົມກຳລັງໃຈ ໃຫ້ຊາວປະມົງເດີນ ເຮືອຫາປາຢູ່ທະເລ” - ảnh 1
(ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ
“ລະດົມ​ກຳລັງ​ໃຈ​ໃຫ້​ຊາວ​ປະມົງ​ອອກ​ໄປ​ຫາ​ປາ​ຢູ່​ທະ​ເລ”)

(vovworld) – ຕອນ​ຄໍ່າ​ວັນ​ທີ 26/07, ຢູ່​ນະຄອນ​ກວາງ​ຫງ້າ​ຍ, ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ (VOV) ສົມທົບ​ກັບ​ທະນາຄານ​ແຫ່ງ​ລັດ​ຫວຽດນາມ, ຄະນະ​ກຳ​ມະຫານ​ປະຊາຊົນ​ແຂວງ​ກວາງ​ຫງ້າ​ຍ ​ໄດ້ຈັດລາຍການພົບ​ປະ​ແລກປ່ຽນສະ​ແດງ​ສິລະ​ປະ “ລະດົມ​ກຳລັງ​ໃຈ​ໃຫ້​ຊາວ​ປະມົງ​ເດີນ​​ເຮືອ​ຫາ​ປາ​ຢູ່​ທະ​ເລ”. ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​​​ລີວ.

   ຈຸດ​ພົ້ນ​ເດັ່ນ​ຂອງລາຍການ​ພົບ​ປະ​ແລກປ່ຽນ​​ແມ່ນ​ພົບ​ປະ​ແລກປ່ຽນ​ກັບ​​ບັນດາ​​ແຂກ​ຖື​ກ​ເຊີນ ​ເຊິ່ງ​ເປັນຜູ້ຕາງໜ້າ​ຂອງ​ກຳລັງ​ກວດກາ​ການ​ປະມົງ, ຕຳຫຼວດ​ທະ​ເລ ​ແລະ ຊາວ​ປະມົງ​ທີ່​ດີ​ເດັ່ນ. ບັນດາ​ການ​ແລກປ່ຽນ, ​ໂອ້​ລົມ​ຂອງ​ແຂກ​ຖືກ​ເຊີນ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ, ມີ​ໄຫວ​ພິບ, ບໍ່​ຫວາດ​ຫວັນ​ຕໍ່​ຄວາມ​ຫຍຸ້ງຍາກຂອງ​ກຳລັງ​ປະຕິບັດ​ກົດໝາຍ​ຫວຽດນາມ ​ໃນ​ການ​ຕໍ່​ສູ້​ກັບ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ; ​ເຈດ​ຈຳນົງ​ສັດ​ສິນ​​ໃຈ, ອອກ​ສູ່​ທະ​ເລ, ປົກ​ປັກ​ຮັກສາ​ເຂດ​ຫາ​ປາ​ທີ່ມີ​ມາ​ແຕ່​ດົນ​ນານ, ປົກ​ປັກ​ຮັກ​ສາ​ເຂດ​ທະ​ເລ, ​ໝູ່ເກາະຂອງ​ຊາວ​ປະມົງ​ຫວຽດນາມ.

        ທີ່​ລາຍການ, ທະນາຄານ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ມອບ​ຈຳ​ນວນ​ເງິນ 5 ຕື້​ດົງ ​ໃຫ້​ກຳລັງ​ກວດກາ​ການ​ປະມົງ​ແຂວງ​ກວາງ​ຫງ້າ​ຍ; 100 ລ້ານ​ດົງ​ໃຫ້​ 10 ຄອບຄົວກວດກາ​ການ​ປະມົງ ​ແລະ ຕຳຫຼວດ​ທະ​ເລ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. VOV ກໍ່​ມອບ 200 ລ້ານ​ດົງ​ໃຫ້​ແກ່​ບັນດາ​ຊາວ​ປະມົງ​ທີ່​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ​ຢູ່ 3 ​ແຂວງ ກວາງ​ນາມ, ກວາງ​ຫງ້າ​ຍ ​ແລະ ບິ່ງ​ດິ້ງ.

        ຕາມ​ທ່ານ​ຜູ້ອຳນວຍການ​ໃຫຍ່ VOV ຫງວຽນດັງ​ຕ໋ຽນ​ແລ້ວ, ລາຍການ “ລະດົມ​ກຳລັງ​ໃຈ​ໃຫ້​ຊາວ​ປະມົງ​​ເດີນ​ເຮືອ​ຫາ​ປາ​ຢູ່​ທະ​ເລ” ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ​ສຳລັບ​ຊາວ​ປະມົງ​ແຂວງ​ກວາງ​ຫງ້າ​ຍ ​ເວົ້າ​ສະ​ເພາະ ​ແລະ ຊາວ​ປະມົງ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ. ທ່ານ​ຜູ້ອຳນວຍການ​ໃຫຍ່​ VOV, ຫງວຽນດັງ​ຕ໋ຽນ ກ່າວ​ວ່າ.

        “ດ້ວຍ​ໜ້າ​ທີ່​ຂອງ​ອົງການ​ສື່​ມວນ​ຊົນ​ໃຫຍ່​ຂອງ​ພັກ, ລັດ ​ແລະ ດ້ວຍ 4 ຮູບ​ແບບ​ສື່​ມວນ​ຊົນຄື: ​ກະຈາຍສຽງ​, ໂທລະພາບ, ໜັງ​ສ່ື​ພິມ​ເອ​ເລກ​ໂຕ​ນິກ ​ແລະ ໜັງສື່​ພິມ, VOV ​ໄດ້​ພ້ອມ​ກັບ​ບັນດາ​ອົງການສື​່ມວນ​ຊົນ​​ໂຄສະນາ​​ແຜນ​ນະ​ໂຍບາຍ​, ​ແນ​ວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຢ່າງ​ຄົບ​ຖ້ວນ​ເຖິງ​ຊາວ​ປະມົງ. ​ແລະ​ນີ້​ແມ່ນ​ລາຍການ​ສົມທົບ​ທີ່​ມີ​ຄວາມ​ໝາຍ​ສຳລັບ​ຊາວ​ປະມົງ​ເມື່ອ​ອອກ​ສູ່​ທະ​ເລ​ຫາ​ປາ ທັງ​ພັດທະນາ​ເສດຖະກິດ, ທັງ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ.”


ຂ່າວ/ບົດ​ອື່ນ