ລາຍການພົບປະແລກປ່ຽນເດັກນ້ອຍເຍົາວະຊົນຫວຽດນາມ-ລາວ-ກຳປູເຈຍມີຜູ້ແທນເຂົ້າຮ່ວມ210ຄົນ

ລາຍການພົບປະແລກປ່ຽນເດັກນ້ອຍເຍົາວະຊົນຫວຽດນາມ-ລາວ-ກຳປູເຈຍມີຜູ້ແທນເຂົ້າຮ່ວມ210ຄົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 28/07 ຄະ​ນະ​ຊາວ​ໜຸ່ມ​ນະຄອນ ​ໂຮ່ຈີ​ມິນ ​ໄຂ​ລາຍການ​ພົບ​ປະ​ແລກປ່ຽນ​​ເດັກນ້ອຍ​ເຍົາວະ​ຊົນ ດ້ວຍ​ຫົວ​ຂໍ້​ວ່າ: “ອ້ອມ​ແຂນ​ເພື່ອນ​ມິດ”. ລາຍການ​ໃນ​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ເກືອບ 180 ຄົນ​ທີ່​ມາ​ຈາກ​ນະຄອນ​ໂຮ່ຈີ​ມິນ, ບັນດາ​ແຂວງທາງ​ທິດຕາ​ເວັນ​ອອກພາກ​ໃຕ້ (ຫວຽດນາມ), ນະຄອນຫລວງ ວຽງ​ຈັນ, ​ແຂວງ ຈຳປາ​ສັກ, ​ແຂວງ ອັດ​ຕະປື (ລາວ) ​ແລະ ນະຄອນຫລວງ ພະ​ນົມ​ເປັນ, ​ແຂວງ Battambang, ​ແຂວງ Kampot (ກຳປູ​ເຈຍ). ພວກ​ນ້ອງ​ແມ່ນ​ນັກຮຽນ​ທີ່​ດີ​ເດັ່ນ​ໃນ​ການ​ຮ່ຳຮຽນ ​ແລະ ​ເຄື່ອນ​ໄຫວ​ຂະ​ບວນການ​​ເຍົາວະ​ຊົນຢູ່​ທ້ອງ​ຖິ່ນ. ລາຍການ​ດຳ​ເນີນ​ແຕ່ວັນ​ທີ 28/07 – 01/08, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ, ນຳ​ມາ​​ເຊິ່ງ “ຄວາມ​ສາມັກ​ຄີ - ສັນຕິພາບ - ມິດຕະພາບ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເບີກບານ​ມ່ວນ​ຊື່ນ, ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ບັນດາ​​ເດັກນ້ອຍ​ເຍົາວະ​ຊົນໃນ​ໂອກາດ​ພັກ​ແລ້ງ, ປະກອບສ່ວນ​ເພີ່​ມພູນ​ຄູນ​ສ້າງນ້ຳ​ໃຈ​ສາມັກ​ຄີ, ມິດຕະພາບ​ສາກົນ, ພິ​ເສດ​ແມ່ນ​ຮັດ​ແໜ້ນ​ການ​ພົວພັນອັນ​ສະໜິດສະໜົມລະຫວ່າງ​ບັນດາ​ປະ​ເທດ ຫວຽດນາມ - ລາວ - ກຳປູ​ເຈຍ. ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍການ​ແມ່ນ ​ ​ການ​ພົບ​ປະ​ແລກ​ປ່ຽນ​ວັດທະນະທຳ​​ເດັກນ້ອຍ​ເຍົາວະ​ຊົນ ຫວຽດນາມ - ລາວ - ກຳປູ​ເຈຍ ຢູ່​ຫໍ​ວັດທະນະທຳ​ຊາວ​ໜຸ່ມ​ໃນ​ຕອນ​ຄ່ຳ​ວັນ​ທີ 30/07.

 

ຂ່າວ/ບົດ​ອື່ນ