ລາຍ​ການ​ພິ​ເສດ​ເນື່ອງ​ໃນ​ໂອ​ກາດຢ້ຽມຢາມສັນທະວະໄມຕີ ສປປ ລາວ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ

(vovworld) - ວັນ​ທີ 24/11, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 24 26/11/2016 ຕາມ​ຄຳ​​ເຊື້ອ​ເຊີນ​ຂອງ​ທ່ານເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ບຸນ​ຍັງ​ ວໍລະ​ຈິດ. ນີ້​ແມ່ນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ ​ເລ​ຂາ​ທິການ​ໃຫຍ່ ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ສິ່ງ​ດັ່ງກ່າວສະ​ແດງໃຫ້​ເຫັນ​ວ່າ ພັກ ​ແລະ ລັດ ຫວຽດນາມ ​ຖື​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ ຫວຽດນາມ - ລາວ ​ເປັນ​ສຳຄັນ​ທີ່​ສຸດ. ​ເນື່ອງ​​ໃນ​ໂອກາດ​ນີ້, ລາຍການ​ກະຈາຍສຽງ​ພາກ​ພາສາ ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ຂໍ​ຈັດ​ລາຍການ​ພິ​ເສດ. ​ເລີ່​ມຕົ້ນ​​ເຊີນ​ທ່ານ​ຮັບ​ຟັງ​ບັນດາ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢູ່ ສປປ ລາວ. ພາຍຫຼັງ​ພາກ​ຂ່າວ​ພວກ​ເຮົາ​ຈະ​ພ້ອມ​ກັນ​ຫວນ​ຄືນ​ສາຍ​ພົວພັນ​ຮ່ວມ​ມື ຫວຽດນາມ - ລາວ ​ໃນ​ບັນດາ​ຂົງ​ເຂດ: ການ​ເມືອງ, ​ເສດຖະກິດ, ການ​ພົບ​ປະ​ແລ​ກປ່ຽນປະຊາຊົນ - ​ເຊິ່ງ​ແມ່ນ​ບັນດາ​ຂົງ​ເຂດ​ທີ່​ໄດ້​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ ຫວຽດນາມ - ລາວ ນັບ​ມື້​ນັບສວຍ​ສົດ​ງົດ​ງາມ ​ແລະ ໝັ້ນຄົງ​ຂະໜົງ​ແກ່ນ​ໄປ​ຊົ່ວ​ກາລະ​ນານ.

-------------

ນັບ​ແຕ່​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ສ້າງ​ຕັ້ງ​ສາຍ​ພົວພັນ​ທາງການ​ທູດ​ເມື່ອ​ປີ (1962), ພິ​ເສດ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດ​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື​​ປີ (1977), ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບໄດ້​ຮັບ​ການ​​ປັບປຸງ ​ແລະ ພັດທະນາຢ່າງ​ບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ສຳຄັນ​ເຂົ້າ​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ສ້າງສາພັດທະນາ​ປະ​ເທດ​ຊາດຂອງ​ສອງ​ປະ​ເທດ ຫວຽດນາມ - ລາວ​ອ້າຍ​ນ້ອງ. ​ປະຈຸ​ບັນ, ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ພວມ​ພັດທະນາ​ຢ່າງ​ແຮງ, ທັງ​ເລິກ​ເຊິ່ງ​ ​ແລະ ກວ້າງຂວາງ​ໃນ​ທຸກ​ຂົງ​ເຂດ. ສອງ​ຝ່າຍ​ໄດ້​ຜັນ​ຂະຫຍາຍ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ, ສອງ​ລັດ; ບັນດາ​ເນື້ອ​ໃນ​ທີ່​ກອງ​ປະຊຸມ​ຄັ້ງ​ທີ 38 ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດນາມ - ລາວ​ຢ່າງ​ມີ​ປະສິດທິ​ຜົນ, ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ຕັ້ງ.

     ການ​ພົວພັນ​ດ້ານ​ການ​ເມືອງລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຊຸກຍູ້​ຢ່າງ​ແຮງ, ນັບ​ມື້​ນັບ​ສະໜິດ​ຕິດ​ພັນ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈກວ່າ. ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ຢ້ຽມຢາມ, ພົບ​ປະ​ແລກປ່ຽນ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ, ສອງ​ລັດ, ພິ​ເສດ​ແມ່ນ​ພາຍຫຼັງ​ທັງ​ສອງ​ປະ​ເທດ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ພັກ ​ແລະ ​ການເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຂອງ​ແຕ່ລະ​ປະ​ເທດ​ສຳ​ເລັດ​ຜົນ; ຫວຽດນາມ ​ໄດ້​ເປີດ​ບັນດາ​ຊຸດ​ຟຶກອົບຮົມ​ໃຫ້​ພະນັກງານ​ລາວ; ​ເພີ່ມ​ທະວີ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ; ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ການຄຸ້ມ​ຄອງ​ເສດຖະກິດ - ສັງຄົມ; ສົມທົບ​ກັບ​ລາວ​ໂຄສະນາ​ກ່ຽວ​ກັບ​ມູນ​ເຊື້ອ​ແຫ່ງ​ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ຫວຽດນາມ - ລາວ. ສາຍ​ພົວພັນ ຫວຽດນາມ - ລາວ ບໍ່​ພຽງ​ແຕ່​ແມ່ນ​ສາຍ​ພົວພັນ​ທາງ​ການ​ທູດ​ທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ແມ່ນ​ສາຍ​ພົວພັນ​ທີ່ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ເລືອດ​ເນື້ອ​ຂອງ​ປະຊາຊົນ ​ແລະ ນັກຮົບ​ສອງ​ປະ​ເທດ, ​ແມ່ນ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ຫາ​ຍາກ​ຢູ່​ໃນ​ໂລກ. ກ່ອນ​ການ​ຢ້ຽມຢາມສັນທະ​ວະ​ໄມຕີ ສປປ ລາວ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ. ທ່ານ ທອງ​ສະຫວັນ ພົມວິຫານ, ​ເອກ​ອັກຄະ​ລັດຖະທູດ ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ​ແລະ ທ່ານ ຫງວຽນ​ຮູ​ຍຕັງ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກກອມ​ມູນິດ ຫວຽດນາມ ​ໄດ້​ຕີ​ລາຄາ​ກ່ຽວ​ກັບ​ສາຍ​ພົວພັນ​ດ້ານ​ການ​ເມືອງລະຫວ່າງ​ສອງ​ປະ​ເທດ​ ຫວຽດນາມ - ລາວ ວ່າ:

-    ສຽງ​ທ່າ​ນ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ທອງ​ສະຫວັນ ພົມວິຫານ:

-    ທ່ານ ຫງວຽນ​ຮູຍ​ຕັງ: ສອງ​ຝ່າຍ​ໄດ້​ເພີ່ມ​ທະ​ວີ​ບັນ​ດາ​ການ​ພົບ​ປະ ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ດ້ວຍຫຼາຍ​ຮູບ​​ການ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ບັນ​ຫາ​ທີ່​ມີ​ລັກ​ສະ​ນະ​ຍຸດ​ທະ​ສາດ ແລະ ກຳ​ນົດ​ທິດ​​ໃຫ້​ການ​ພົວ​ພັນ ກໍ່​ຄື​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່​ງ​ຍັງ​ຄົງ​ຄ້າງ​ຢ່າງ​ທັນ​ການ. ຮັກ​ສາ​ກົນ​ໄກ​ສົ່ງ​ທູດ​ພິ​ເສດ​ເມື່ອ​​ມີ​ຄວາມຈຳ​ເປັນ. ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ, ທິດ​ສະ​ດີ ແລະ ບົດ​ຮຽນ​​ພ​ຶດ​ຕິ​ກຳຕົວ​ຈິງ​ໃນ​ການ​ກຳ​ນົດ​ທິດ​ແນວ​ທາງ, ນະ​ໂຍ​ບາຍເປັນ​ປະ​ຈຳ.

-    ສຽງ​ທ່າ​ນ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ທອງ​ສະຫວັນ ພົມວິຫານ:

-    ທ່ານ ຫງວຽນ​ຮູຍ​ຕັງ: ມີຫຼາຍ​ປັດ​ໄຈ​ຕັດ​ສິນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ, ນັ້ນ​ແມ່ນ​​ສິ່ງ​ທີ່​ຄ້າຍ​ຄື​ກັນ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ, ທັງ 2 ປະ​ເທດ​ມີ​ອຸດ​ດົມ​ຄະ​ຕິປະ​ຕິ​ວັດ​ລວມ, ມີ​ເສັ້ນ​ທາງກໍ່​ສ້າງ ແລະ ພັດ​ທະ​ນາ​ລວມ, ມີຄວາມ​ສາ​ມັກ​ຄີ, ນ້ຳ​ໃຈ​ປະ​ຕິ​ວັດ​​ຈົ່ງ​ຮັກ​ພັກ​ດ​ີ, ບໍ​ລິ​ສຸດ​ຜຸດ​ຜ່ອງ ​ລະ​ຫວ່າງ 2 ພັກ. 2 ຝ່າຍ​ໄດ້​ສຳ​ເລັດ​ກິດ​ຈະ​ກຳ​ຮຽບ​ຮຽງ​ປື້ມ​ປະ​ຫວັດ​ສາດ​​ແຫ່ງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ (1930 – 2007). ນີ້​ແມ່ນ​​ກິດ​ຈະ​ກຳ​ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່ຫຼວງ, ເລິກ​ເຊິ່ງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວ​ິ​ທະ​ຍາ​ສາດ, ການ​ເມືອງ, ກອ​ງ​ທັບ ແລະ ສັງ​ຄົມ, ສ່ອງ​ແສງ​​ຢ່າງ​ຊື່​ຕົງ ແລະ ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ລາວ, ມີ​​ຄຸນ​ຄ່າ​ໃນ​ວຽກ​ງານ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ຄວາມ​ຮັບ​ຮູ້​ດ້ານ​ການ​ເມືອງ​ເພື່ອ​ໃຫ້​ລ​ຸ້ນຫຼັງ ແລະ ເພື່ອນ​ມິດ​ສາ​ກົນ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດນີ້​.

-    ສຽງ​ທ່າ​ນ​ເອກ​ອັກ​ຄະ​ລັ​ດ​ຖະ​ທູດວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ທອງ​ສະຫວັນ ພົມວິຫານ:

-    ທ່ານ ຫງວຽນ​ຮູຍ​ຕັງ: ເພື່ອ​ເສີມ​ຂະ​ຫຍາຍ​ບັນ​ດາ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ, 2 ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຫ້​ມີ​ຄວາມແທດ​ຈິງ, ​ເລິກ​ເຊິ່ງ, ເສີມ​ຂະ​ຫຍາຍ​ທ່າ​​ສະ​ດວກ​ໃຫ້​ກັນ, ແລກ​ປ່ຽນ, ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ການ​ສຶກ​ສາ​​ດ້ານການ​ເມືອງ, ແນວ​ຄິດ, ພິ​ເສດ​ແມ່ນ​ການ​ໂຄ​ສະ​ນາ, ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມ 2 ປະ​ເທດ. ຮັກ​ສາ​ວຽກ​ງານ​ສຶກ​ສາ​ດ້ານ​ແນວ​ຄິດກ​ານ​ເມືອງ​ເປັນ​ປະ​ຈຳ​ເພື່ອ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ພິ​ເສດ​ແມ່ນ​ລ​ຸ້ນ​ໜຸ່ມ 2 ປະ​ເທດ ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່​ວາ​ກ່ຽວ​ກັບ​ຄວາມ​ໝາຍ ແລະ ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດລະ​ຫວ່າງ 2 ພັກ, 2 ລັດ. ສົມ​ທົບ​ບັນ​ດາ​ຮູບ​ແບບ​ຕໍ່​ສູ້​​​ຢ່າງ​ເໝາະ​ສົມເພື່ອ​ຕ້ານ​ຄືນ​ບັນ​ດາ​ຖ້ອຍ​ທຳ​ນອງ, ເສກ​ສັນ​ປັ້ນ​ແຕ່ງ, ແບ່ງ​ແຍກ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ.

------- ------

ພ້ອມ​ກັບ​ການ​ພົວພັນດ້ານ​ການ​ເມືອງອັນ​ດີງາມ​ນັ້ນ​. ​ໃນ​ຊຸມ​ປີຜ່ານມາ, ການ​ພົວພັນ​ດ້ານ​ເສດຖະກິດ ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ກໍ່​ນັບ​ມື້​ນັບ​ພັດທະນາ, ​ໃນ​ເບື້ອງ​ຕົ້ນ​​ໄດ້ສ້າງ​ເປັນ​ພື້ນຖານ​ດ້ານ​ວັດ​ຖຸ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ​ແລະ ປັບປຸງ​ສາຍ​ພົວພັນ​ແບບ​ພິ​ເສດ ຫວຽດນາມ - ລາວ. ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ​ສະບັບ​ໃໝ່; ​ເຊັນສັນຍາ​ການ​ຄ້າ​ຊາຍ​ແດນ, ຜັນ​ຂະຫຍາຍ​ກົນ​ໄກ  “ປະຕູ​ດຽວ, ຢຸດ​ເທື່ອ​ດຽວ“ ຢູ່​ຄູ່​ດ່ານ​ຊາຍ​ແດນ​ສາກົນ ລາວ​ບາ​ວ - ​ແດນ​ສະຫວັນ. ຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ບຸລິ​ມາ​ສິດ, ພິ​ເສດ​ ທີ່ເໝາະ​ສົມ​ຂອງ​ທັງ​ສອງ​ຝ່າຍ, ​ວົງ​ເງິນ​ການ​ຄ້າ ຫວຽດນາມ - ລາວຈຶ່ງ​​ໄດ້​ຮັບ​ການເຕີບ​ໂຕຢ່າງ​ສະ​ໝ່ຳສະ​ເໝີ​ໃນ​ຊຸມ​ປີ​ຫວ່າງ​​ແລ້ວນີ້. ​ເຊີນ​ທ່ານ​ຮັບ​ຟັງບົດ​ສາລະ​ຄະດີ​ຂອງ​ນັກ​ຂ່າວ ຢ້ຽວຮົ່ງ.

-----------------

 ​ໄລ່ສະ​ເພາະ 9 ​ເດືອນ​ຕົ້ນ​ປີ 2016, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ​ຫວຽດນາມ - ລາວ ບັນລຸ​ໄດ້​ເກືອບ 591,5 ລ້ານ USD. ມາ​ຮອດ​ປະຈຸ​ບັນ, ​ມີ 266 ​ໂຄງການ​ໄດ້​ຮັບ​ໜັງສື​ອະນຸຍາດ​ໃຫ້​ລົງທຶນ ດ້ວຍ​ຈຳນວນ​​ທຶນ​ປະມານ 5,5 ຕື້ USD. ມີ​ຫຼາຍ​ໂຄງການ​ລົງທຶນ​ໄດ້​ເສີມ​ຂະຫຍາຍ​ປະສິດທິ​ຜົນ, ຜະລິດ​ດຳ​ເນີນ​ທຸລະ​ກິດ​ມີ​ກຳ​ໄລ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ຂອງ​ສອງ​ປະ​ເທດ, ສ້າງ​ວຽກ​ເຮັດ​ງານ​ທຳ ​ແລະ ປະຕິບັດ​ວຽກ​ງານ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ລາວ​ເປັນ​ຢ່າງ​ດີ. ມີ​ບາງ​ໂຄງການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່​ລາວ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ໄວ, ​ແລະ ​ໄດ້​ມີ​ປະສິດທິ​ຜົນ​ຕັ້ງໜ້າ​ໃນເບື້ອງ​ຕົ້ນ​ຄື: ກຸ່ມ​ບໍລິສັດ ຮ່ວາງ​ແອ​ງ - ຢາ​ລາຍ; ບັນດາ​ທະນາຄານຂອງ ຫວຽດນາມ ສາຂາ​ຢູ່​ ລາວ; ​ໂຄງການ​ໂທລະ​ຄົມ​ຂອງ​ກຸ່ມ​ບໍລິສັດ Viettel…​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ​ທະນາຄານ Sacombank ສາຂາ​ຢູ່​ລາວ. ທ່ານ​ຟ້າ​ມກວາງ​ຟູ໋, ຜູ້ອຳນວຍການ​ໃຫຍ່  Sacombank ສາຂາ​ຢູ່​ລາວ, ​ໃຫ້​ຮູ້​ວ່າ

“Sacombank ສາ​ຂາ​ຢູ່​ລາວ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ວັນ​ທີ 12/12/2008, ວັນ​ທີ 03/08/2015 Sacombank ໄດ້​ດຳ​ເນີນ​ການ​ຍົກ​ລະ​ດັບ​ສາ​ຂາ​ຢູ່​ລາວ ໃຫ້​ກາຍ​ເປັນ​ທະ​ນາ​ຄານ​​ລູກ​ຖື​ຫຸ້ນ 100%. ຜ່ານ​ການ​ເຄື່ອນ​ໄຫວ​ມາ​ເປັນ​ເວ​ລາ 8 ປີ, Sacombank ລາວ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ເຕີບ​ໂຕ​ພໍ​ສົມ​ຄວນ, ນັບ​ມື້ນ​ັບ​ຢືນ​ຢັນ​ອິດ​ທິ​ພົນ​ຊື່​ສຽງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ ຜ່ານ​ການ​ສະ​ໜອງ​ບັນ​ດາ​ ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເງິນ​ຢ່າງ​ຮອບ​ດ້ານ ແລະ ບັນ​ດາ​ການ​ບໍ​ລິ​ການ​ທະ​ນາ​ຄານ​ ທັນ​ສະ​ໄໝ ທີ່​ສະ​ຫງວນ​ໃຫ້​ລູກ​ຄ້າ​​ເຊິ່ງ​ແມ່ນ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນທຸກ​ຊັ້ນ​ຄົນ​ຢູ່​ທ້ອງ​ຖິ່ນ ກໍ​ຄື ວົງ​ການ​ຊາວ​ຫວຽດ​ນາມອາ​ໄສ​ຢູ່​ລາວ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​​ທີ່​ມີ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ”.

ແຫຼ່ງທຶນ FDI ຂອງ ຫວຽດນາມ ​ທີ່​ລົງທຶນ​ເຂົ້າ​ລາວ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ 2011-2015 ນັບ​ທັງ​ຈຳນວນ​ໂຄງການ ​ແລະ ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ. ປະຈຸ​ບັນ ລາວ​ຢືນ​ອັນ​ດັບທີ​ໜຶ່ງ​ໃນ​ຈຳນວນ 64 ປະ​ເທດ ​ແລະ ​ເຂດ​ແຄວ້ນ​​ມີ​ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ; ການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ວິ​ສາ​ຫະກິດ ຫວຽດນາມ​ ໄດ້​ຂະຫຍາຍ​ໄປ​ທົ່ວ 16/18 ​ແຂວງ, ນະຄອນ​ຂອງ​ລາວ. ປະລິຍາ​ເອກ ​ແບກ​ງອກ​ທັ໋ງ, ພະ​ແນ​ກ​ແຜນການ ​ແລະ ພັດທະນາ, ມະຫາວິທະຍາ​ໄລ ​ເສດຖະກິດ ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

          “ປະ​ຈຸ​ບັນ, ບັນ​ດາ​ຂົງ​ເຂດ​ລົງ​ທຶນ​ຂອງ​ຫວຽດ​ນາມ ຢູ່​ລາວ ຕົ້​ນ​ຕໍ​ແມ່ນ​ພະ​ລັງ​ງານ, ກາ​ນ​ບໍ​ລິ​ການ, ພື້ນ​ຖານ​ໂຄງ​ລ່າງ, ກະ​ສິ​ກຳ - ປ່າ​ໄມ້, ຂຸດ​ຄົ້ນ​ບໍ່​ແຮ່, ທະ​ນາ​ຄານ… ຫວຽດ​ນາມ ແມ່ນ 1 ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ໃຫຍ່ ມີ​​ລະ​ດັບ​ຍຸດ​ທະ​ສາດ​ຂອງ​ລາວ ແລະ ມີ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ລ​າວ. 2 ປະ​ເທດ ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອ​ງ​ພິ​ເສດ. ສະ​ນັ້ນ, ລັດ​ຖະ​ບານ​ລາວ ກໍ​ສະ​ໜັບ​ສະ​ໜູນ ແລະ ໃຫ້​ບຸ​ລິ​ມະ​ສິດ​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ກໍ່ມາ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່​ລາວ​ທີ່​ສຸດ”.

          ມີ​ຫຼາຍ​ໂຄງ​ການ​ລົງ​ທຶນ​​ເຂົ້າ​ລາວ ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຂອງ​ຫວຽດ​ນາມ ໄດ້​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ຜົນ​ປ​ະ​ໂຫຍດ​ຢ່າງ​ແທ​ດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​, ສັງ​ຄົມ​ຂອງ​ລາວ, ປະ​ກອບ​ສ່ວນ​ເພີ່ມ​ລາຍ​ຮັບ​ງົບ​ປະ​ມານ​​ໃຫ້​ລັດ​ຖະ​ບານ​ລ​າວ ປະ​ມານ 240 – 260 ລ້ານ USD/ປີ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​​ຜູ້​ອອກ​ແຮງ​ງານ 35.000 ຄົນ. ຄາດ​ວ່າ, ໃນ​ປີ 2017, ຕົວ​ເລກນີ້​ຈະ​ບັນ​ລຸ 350 – 400 ລ້ານ USD/ປີ, ສ້າ​ງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານ​ລາວ​ ປະ​ມານ 45.000 ຄົນ ແລະ ​ຈະສືບ​ຕ​ໍ່​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ຕໍ່​ໄປ. ໃນ​ການ​ພົບ​ປ​ະ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ລົງ​ທຶນ​ຢູ່​ລາວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ, ໄດ້​ຕີ​ລາ​ຄາ​ສ​ູງ​ບັນ​ດ​າ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ທີ່​ພວມ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ລາວ.

ສຽງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທອງ​ລຸນ ສີ​ສຸ​ລິດ

ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່​ລາວ ບໍ່​ພຽງ​ແຕ່​ແມ່ນ​ການເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​​​ເຊິ່ງ 2 ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ​ປະ​ເທດ​ລາວ ອ້າຍ​ນ້ອງເປັນ​ສຳ​ຄັນ ແລະ ປ​າດ​ຖະ​ໜາ​​ຢ​າກ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ​ປະ​ເທດ​ລາວ ອີ​ກ​ດ້ວຍ. ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມ​ັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ລາວ ຢ່າງບໍ່​ຢຸດຢັ້ງ.

-------------

ນີ້​ແມ່ນການ​ເຄື່ອນ​ໄຫວ​ລົງທຶນ​ຂອງ​ຫວຽດນາມ ຢູ່​ລາວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ ລາວ ​ຢູ່ ຫວຽດນາມ ​ຍັງ​ບໍ່​ທັນ​ເໝາະ​ສົມ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ​ ຫວຽດນາມ - ລາວ​ ​ໄດ້ເທື່ອ. ການ​ຢ້ຽມຢາມ​ ສປປ ລາວ ​ຄັ້ງ​ນີ້ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລົງທຶນ​ຂອງ​ທັງ​ສອງ​ຝ່າຍ​ກວ່າ​ອີກ​ຢ່າງ​ແນ່ນອນ.

ຄຽງ​ຂ້າງ​ບັນດາ​ຜົນງານ​ດ້ານ​ການ​ເມືອງ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ແລ້ວ, ຍັງມີ​ຂົງ​ເຂດ​ໜຶ່ງ​ອີກ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ສອງ​ລັດ, ນັ້ນ​ແມ່ນ​ການ​ພົວພັນຕ່າງປະ​ເທດ​ປະຊາຊົນ. ​ໃນ​ຊຸມ​ປີຜ່ານມາ, ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ; ລາວ - ຫວຽດນາມ​ທຸກ​ຂັ້ນ​ໄດ້​ປະສານ​ສົມທົບ​ກັບ​ຄະນະ​ກຳມະການ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສະມາຊິກ​ທຸກ​ຂັ້ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຫຼາຍ​ຢ່າງ​ເຊັ່ນ: ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຄະນະ​ພົວ​ພັນ​ຕ່າງປະ​ເທດ ຫວຽດນາມ - ລາວ; ງານ​ພົບ​ປະ​ປະຈຳ​ປີ​ຂອງ​ພະນັກງານ​ການ​ທູດ​ຍິງ ຫວຽດນາມ - ລາວ​, ງານ​ພົບ​ປະ​ແລກປ່ຽນ​ນາຍ​ທະຫານ​ໜຸ່ມ ຫວຽດນາມ - ລາວ; ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ອາຫານ​ການ​ກິນ ຫວຽດນາມ - ລາວ; ຕ້ອນຮັບ​ນັກ​ສຶກສາ ລາວ​ ມາ​ຢູ່​ໃນ​ເຮືອນ​ຂອງ​ຊາວ ຫວຽດນາມ… ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ໂຄສະນາ, ຂົນຂວາຍ, ​ເຕົ້າ​ໂຮມ, ສ້າງ​ຄວາມ​ສາມັກຄີ​​ໃນ​ໝູ່ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ສະພາບ​ການ​ໃໝ່; ປຸກລະດົມ​ນ້ຳ​ໃຈ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ, ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ສີສັນ​ວັດທະນະທຳ​ຂອງ​ຊາດໃນ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ; ສົ່ງ​ເສີມ​ການ​ລົງທຶນ​ພັດທະນາ​ເສດຖະກິດ, ດຶງ​ດູດ​ພູມ​ປັນຍາ, ​ເສດຖະກິດ, ​ເຂົ້າ​ຮ່ວມ​ບັນດາ​ລາຍການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ທ້ອງ​ຖີ່​ນ. ບົດ​ສາລະ​ຄະດີ​ຂອງ​ນັກ​ຂ່າວ ຕວຽດມາຍ.

--------------

ທີ່​ທ່ານ​ຫາກໍ່​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ​ແມ່ນ​ລາຍການ​ສິລະ​ປະໃນ​ງານ​ມາ​ໂຫລານ​ທຳ​ນອງ​ເພງ​​ແຫ່ງສັນ​ຕິ​ພາບ, ມິດ​ຕະ​ພາບ 2016 ໂດຍ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ຫວ່າງ​ແລ້ວນີ້. ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຄັ້ງ​ນີ້​ມີ 10 ຫົວ​ໜ່ວຍດ້ວຍ 20 ບົດ​ເພງ, ວາດ​ຟ້ອນ​ມ່ວນ​ທີ່​ສຸດ​ຊຶ່ງ​ໄດ້​ຮັບ​ການ​ເລືອກ​ເຟັ້ນຈາກ​ຫົວ​ໜ່ວຍ​​ເຫຼົ່າ​ນັ້ນ. ທ່ານ ດ່​ວານ​ມີງ​ເຈົາ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ນະ​ຄອນ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

“ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ຮ່າ​ໂນ້ຍໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1984, ດ້ວຍການ​ເຄື່ອນ​ໄຫວ​​ຕົ້ນຕໍ່​ແມ່​ນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ. ພິ​ເສດ, ດ້ວຍ​ການ​ເຄື່ອນ​ໄຫວ​ແມ່ນ​ການ​ສຶກ​ສາ​ໃຫ້​ລຸ້ນ​ໜຸ່ມກ່ຽວ​ກັບ​ການ​ພົວພັນ​ມິດຕະພາບທີ່​ເປັນມູນ​ເຊື້ອ​, ຄວາມ​ສາມັກຄີແບບ​ພິ​ເສດ​ລະ​ຫວ່າງ​ສອງຊາດ ຫວຽດ​ນາມ - ລາວ​”.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ ນະ​ຄອນ ຮ່າ​ໂນ້ຍ ແມ່ນ​ໜ່​ຶ່ງ​ໃນ​ບັນ​ດາ​ສະມາຄົມສະ​ມາ​ຊິກ​ຕັ້ງ​ໜ້າ​ທີ່​ສຸດ​ຂອງ​ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ. ສູນ​ກາງສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ໄດ້​ຮັບ​ການ​ສ້າງ​ຕັ້ງ​​ເມື່ອ​ວັນ​ທີ 15/1/1975. ​ມາຮ​ອດ​ປະ​ຈຸ​ບັນໄດ້ມີສະມາຄົມສັງກັດ 40 ​ແຫ່ງ​ດ້ວຍ​ສະ​ມາ​ຊິກ​ນັບ​ໝື່ນ​ຄົນ, ເຊິ່ງ​ແມ່ນ​ບັນ​ດາ​ອະ​ດີດ​ນັກ​ຊ່ຽວ​ຊານ, ອະ​ດີດ​ທະ​ຫານ​ອາ​ສາ​ສະ​ໝັກ, ນັກ​ຮຽນ, ນັກ​ສຶກ​ສາ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​​. ໃນ​ຕະຫຼອດ 41 ປີ​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ ທຸກ​ຂັ້ນ, ແຕ່​ຂັ້ນ​ສູນ​ກາງ ລົງ​ຮອດ​ທ້ອງ​ຖິ່ນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ດ້ວຍ​ຫຼາຍຮູບຫຼາຍ​ແບບ, ​ແລະອຸ​ດົມ​ສົມ​ບູນ, ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ສຶກ​ສາ, ວັດ​ທະ​ນະ​ທຳ​, ອັນໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ. ທ່ານ​ຕະ​ມີງ​ເຈົາ, ອະ​ດີດ​ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ພົວ​ພັນຕ່າງ​ປະ​ເທດ​ສູນ​ກາງ​ພັກ, ​ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະຈຳ​ລາວ, ຮອງ​ປະ​ທານ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ, ໃຫ້​ຮູ້​ວ່າ:

“ໃນ​ຊຸມ​ປີ​ຜ່ານ​ມາ, ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ ໄດ້​ມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ກ່ຽວ​ຂ້ອງ​ເຖິງບ​ັນ​ດາ​ເຫ​ດ​ການ​ໃຫຍ່​ຂອງ​ປະ​ເທດ​ລາວ​ຄື: ​ໃນ​ໂອກາດວັນ​ຊາດ​ລາວ (2/12) ພວກ​ຂ້າພະ​ເຈົ້າ​ເຄີຍ​ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມ​ຢູ່​ຂັ້​ນ​ສູນ​ກາງ ແລະ ທ້ອງ​ຖິ່ນ, ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ ລາວ ທີ່ພວມ​ຮ່ຳ​ຮຽນ​ຢູ່ ຫວຽດ​ນາມ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ໃຫ​້​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູ​ດ​ລາວປະຈຳ ຫວຽດນາມ​ໄປຢ້ຽມ​ຢາມ​​ປູ​ຊະ​ນີ​ຍະ​ສ​ະ​ຖານ​ປະ​ຫວັດ​ສາດ, ບ່ອນ​ທີ່​ບັນ​ດາ​ສະ​ຫາຍ​ການ​ນຳ​ລາວ ເຄີຍ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຢູ່ ຫວຽດ​ນາມຄື: ​ແຂວງຕວຽນ​ກວາງ, ຟູ໋​ເທາະ.”

ພິ​ເສດ, ປີ 2017, ຫວຽດ​ນາມ ແລະ ລາວຈະພ້ອມ​ກັນ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (5/9/1962 – 5/9/2017) ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື (18/7/1977 – 18/7/2017). ນີ້​ແມ່ນ​ໂອ​ກາດ​ເພື່ອໃຫ້ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ, ລາວ - ຫວຽດ​ນາມ ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ຫຼາຍ​ຢ່າງ​ໃນໝູ່​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ. ທ່ານ ຕະ​ມີງ​ເຈົາ, ໃຫ້​ຮູ້​ວ່າ:

“ພວກ​ຂ້າ​ພະ​ເຈົ້າ​ຈະ​ຜ​ັນ​ຂະ​ຫຍາຍການ​ເຄື່ອນ​ໄຫວສຶກ​ສາ​ມູນ​ເຊື້ອ​ແຫ່ງການ​ພົວພັນ​ມິດຕະພາບ​ໃຫ້​ແກ່​ປະ​ຊາ​ຊົນ 2 ປະ​ເທດ, ພິ​ເສດ​ແມ່ນ​​ໃຫ້​ລຸ້ນ​ໜຸ່ມ​ສອງ​ປະ​ເທດ. ພວກ​ຂ້າ​ພະ​ເຈົ້າ​ຈະ​ສົ​ມ​ທົບ​ກັບ​ສູນ​ກາງ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ລາວ - ຫວຽດ​ນາມ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນ​ໃນ​ທົ່ວ​ປະ​ເທດ, ນຳ​ມາ​ເຊິ່ງ​ປະ​ສິດ​ທິ​ຜົນ​ແທດ​ຈິງ​ຄື: ລາຍການ​ແລກ​ປຽນ​ສິລະ​ປະ, ລາຍ​ການ​ໂທ​ລະ​ພາບ​ຖ່າຍ​ທອດ​ສົດຢູ່​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ພິມ​ຈຳໜ່າຍປື້ມ​ກ່ຽວ​ກັບ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ເພື່ອ​ໂຄ​ສະ​ນາ, ສຶກ​ສາ​ມູ​ນ​ເຊື້ອ​ໃຫ້​ລຸ້ນ​ໜຸ່ມ, ຈັດ​ຕັ້ງການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສູນ​ກາງ​ສະ​ມາ​ຄົມມິດຕະພາບ​ຫວຽດນາ​ມ - ລາວເພື່ອ​ແລກ​ປ່ຽນ​ບົດ​ຮຽນ, ຂໍ້​ມູນ​ຂ່າວ, ພິ​ຈາ​ລະ​ນາ​ບັນ​ດາ​ມາ​ດ​ຕະ​ການ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ 2 ປະ​ເທດ.”

ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ປີ 2017, ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ລາວ ແລະ ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ ຈະ​ປະ​ກອບ​ສ່ວນ​ຫຼາຍ​ກ່​ວາ​ອີກ​ເຂົ້າ​​ໃນ​ການ​ພົວພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອຂອງ 2 ປະ​ເທດ.

-----------

          ຫວນ​ຄືນຊຸມ​ປີ​ທີ່​ຜ່ານ​ມາ​ກໍ່​ເຫັນ​ວ່າການ​ພົວພັນ ຫວຽດນາມ - ລາວ​ໃນ​ບັນດາ​ຂົງ​ເຂດ: ການ​​ເມືອງ, ​ເສດຖະກິດ, ການ​ພົວພັນ​ປະຊາຊົນ​ໄດ້​ມີ​ບາດກ້າວ​ພັດທະນາ​ຕັ້ງໜ້າ​, ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ແບບ​ພິ​ເສດ​ຫວຽດນາມ - ລາວ ​​ໃຫ້ນັບ​ມື້​ນັບເກີດ​ດອກ​ອອກ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ.

​ໃນ​ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ສອງ​ຝ່າຍ​ແລກປ່ຽນ​ແຜນ​ນະ​ໂຍບາຍ, ກຳນົດ​ທິດ​ທາງ ​ແລະ ບັນດາ​ເນື້ອ​ໃນ​ຮ່ວມ​ມື, ມາດ​ຕະການ​ໃຫຍ່ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ການ​ຮ່ວມ​ມື ຫວຽດນາມ - ລາວ​ໄລຍະ 2016 – 2020 ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ວິທະຍາສາດ​ເຕັກນິກ ​ແລະ ກາ​ນຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖີ່​ນຂອງ​ສອງ​ປະ​ເທດ.

ການ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສປປ ລາວ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ເປັນ​ການຢັ້ງຢືນ​ແນວທາງ, ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍຂອງ ຫວຽດນາມ ​ໃນ​ການ​ພົວພັນ​ກັບ ລາວ; ສຸມ​ໃສ່​​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ສະໜິດ​ຕິດ​ພັນ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື​ຢ່າງຮອບດ້ານ ຫວຽດນາມ - ລາວ​ ໃນ​ໄລຍະ​ພັດທະນາ​ໃໝ່​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ຢືນຢັນ​ເຖິງ​ການ​ສະໜັບສະໜູນ​ຢ່າງ​ແຮງ ​ແລະ ຮອບດ້ານ​ຂອງ ຫວຽດນາມ ​ຕໍ່​ພາລະກິດ​ປ່ຽນ​ໃໝ່, ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ລາວ. ການ​ຢ້ຽມຢາມ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກ​ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ, ສືບ​ຕໍ່​​​ໄຂໄລຍະ​​ໃໝ່, ທີ່​ຂະຫຍັນ​ຂັນ​ເ​ເຄື່ອນ, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ.

         


ຕອບກັບ

ຂ່າວ/ບົດ​ອື່ນ