ລາຍການສົ່ງເສີມການໂຄສະນາທ່ອງທ່ຽວ ແຂວງຮ່າຢາງ

(VOVWORLD) -  ຂະແໜງທ່ອງທ່ຽວ ຮ່າຢາງ ໄດ້ຢັ້ງຢືນເຖິງ ທີ່ຕັ້ງຂອງແຂວງໃນແຜນທີ່ການທ່ອງທ່ຽວຂອງ ຫວຽດນາມ, ເປັນໜຶ່ງໃນ 24 ເຂດທ່ອງທ່ຽວຈຸດສຸມຂອງປະເທດຊາດ.
ລາຍການສົ່ງເສີມການໂຄສະນາທ່ອງທ່ຽວ ແຂວງຮ່າຢາງ - ảnh 1ທັດສະນີຍະພາບເຂດພູຜາປ່າໄມ້ແຂວງ ຮ່າຢາງ

ວັນທີ 18 ມີນາ, ຢູ້ ນະຄອນຍາຈາງ, ແຂວງ ແຄັງຮ່ວາ ທາງພາກກາງ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ສົມທົບກັບກົມໃຫຍ່ທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວດ້ວຍຫົວຂໍ້ວ່າ “ຮ່າຢາງ - ມໍລະດົກ ແລະ ດອກໄມ້”.

ລາຍການສົ່ງເສີມການໂຄສະນາທ່ອງທ່ຽວແຂວງ ຮ່າຢາງ ຈະໄດ້ດຳເນີນໃນລະຫວ່າງວັນທີ 17 – 18 ມີນາ 2019 ດ້ວບບັນດາການເຄື່ອນໄຫວທີ່ດຶງດູດໃຈ, ມີຄວາມເປັນເອກະລັກສະເພາະຂອງເຂດພູສູງທາງພາກເໜືອ ຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຖືວ່າ ຮ່າຢາງ ຄວນອະນຸລັກຮັກສາ ແລະ ຜັນຂະຫຍາຍບັນດາວັດທະນະທຳທີ່ດີງາມ, ສີສັນເອກະລັກສະເພາະຂອງບັນດາເຜົ່າສ່ວນໜ້ອຍ, ຊຶ່ງເປັນທ່າແຮງຂອງເຂດພູສູງທາງພາກເໜືອ ຫວຽດນາມ.

ໃນປີ 2018, ແຂວງ ຮ່າຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວກ່ວາ 1 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 2 ແສນ 5 ໝື່ນເທື່ອຄົນ. ຂະແໜງທ່ອງທ່ຽວ ຮ່າຢາງ ໄດ້ຢັ້ງຢືນເຖິງທີ່ຕັ້ງຂອງແຂວງໃນແຜນທີ່ການທ່ອງທ່ຽວຂອງ ຫວຽດນາມ, ເປັນໜຶ່ງໃນ 24 ເຂດທ່ອງທ່ຽວຈຸດສຸມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ