ລາຍການສິລະປະຍ້ອງຍໍຜູ້ອອກແຮງງານ

ລາຍການສິລະປະຍ້ອງຍໍຜູ້ອອກແຮງງານ - ảnh 1
ລາຍການ “ຮ້ອງ​ເພງ​ຍ້ອງຍໍ​ຜູ້​ອອກ​ແຮງ​ງານ“

(vovworld) - ຕອນ​ຄຳ່​ວັນ​ທີ 28/4, ຢູ່​ສູນ​ກະຈາຍສຽງ​ແຫ່ງ​ຊາດ 58 ຖະໜົນ ກວ໋ານຊື໋ ຮ່າ​ໂນ້ຍ, ຊ່ອງ​ໂທລະພາບ VOV ຈັດ​ຕັ້ງ​ລາຍການ “ຮ້ອງ​ເພງ​ຍ້ອງຍໍ​ຜູ້​ອອກ​ແຮງ​ງານ“. ​ເຂົ້າ​ຮ່ວມ​ມີ​ທ່ານ ຟ້າ​ມມິ​ງຮວນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ທ່ານ ຫງວຽນ​ດິກ​ກຽນ, ຮອງ​ຫົວໜ້າ​ກຳມາ​ທິການ​ເສດຖະກິດ​ຂອງ​ສະພາ​ແຫ່ງ​ຊາດ, ທ່ານ ​ເຈິ່ນມິ​ງຮຸ່ງ, ຜູ້ອຳນວຍການ​ໃຫຍ່ ວິທະຍຸ​ກະຈາຍສຽງ ຫວຽດນາມ. ຢູ່​ທີ່​ນີ້, ບັນດາ​ຜູ້​ຊົມ​ໄດ້​ຮັບ​ຟັງ​ທຳນອງ​ເພງ​ຕ່າງໆ​ກ່ຽວ​ກັບ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ, ຍ້ອງຍໍ​ບັນດາ​ຜູ້​ອອກ​ແຮງ​ງານ. ​ເອື້ອຍ ຟ້າ​ມທິ​ແບ໋, ຄົນ​ພິການ​ທີ່​ເຂົ້າ​ຮ່ວມ​ລາຍການ, ​ແບ່ງປັນ​ວ່າ:

        “ຢູ່​ທີ່​ນີ້ຂ້າພະ​ເຈົ້າ​ໄດ້​ຮັບ​ຂອງ​ຂັວນ, ນີ້​ແມ່ນ​ກຳລັງ​ໜູນ​ເພື່ອ​ໃຫ້​ຂ້າພະ​ເຈົ້າ​ສືບ​ຕໍ່​ເຮັດ​ວຽກ, ມີ​ຊີວິດ​ເພື່ອ​ລ້ຽງ​ລູກ. ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ​ບັນດາ​ອົງການ​ຈັດ​ຕັ້ງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກວ່າ​ອີກ​​ເຖິງຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ຂ້າພະ​ເຈົ້າ“.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ຍ້ອງຍໍ, ມອບ​ໃບ​ຢັ້ງຢືນ​ໃຫ້​ບັນດາ​ວິ​ສາ​ຫະກິດ, ສ່ວນ​ບຸກຄົນ, ຫົວໜ່ວຍ​ທີ່​ມີ​ການເຄື່ອນ​ໄຫວ​ເພື່ອ​ພາລະກິດ​ພັດທະນາ​ປະຊາ​ຄົມ ​ແລະ​ ໄດ້​ໜູນ​ຊ່ວຍ​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ.

ຂ່າວ/ບົດ​ອື່ນ