ລາຍການສິລະປະສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫລະຊີວິດເພື່ອຊາດ

(VOVWORLD) -ບັນດາວິສາຫະກິດ, ນັກອຸປະຖຳ ໄດ້ບໍລິຈາກຈຳນວນເງິນລວມມູນຄ່າ 69 ຕື້ດົງໃຫ້ແກ່ບັນດາອົງການ, ຫົວຫນ່ວຍ, ກອງທຶນປົກປ້ອງເດັກຫວຽດນາມ, ກອງທຶນສົ່ງເສີມການຮຽນຫວຽດນາມ 
ລາຍການສິລະປະສະເຫລີມສະຫລອງ70ປີແຫ່ງວັນທະຫານເສຍອົງຄະ,ນັກຮົບເສຍສະຫລະຊີວິດເພື່ອຊາດ - ảnh 1 ລາຍການສິລະປະ“ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ”

ຕອນຄ່ຳວັນທີ 8 ກໍລະກົດ, ຢູ່ ຮ່າໂນ້ຍ, ສະມາຄົມນັກຮົບເກົ່າຫວຽດນາມ ສົມທົບກັບສະຫະສະມາຄົມນັກທຸລະກິດຊື່ງແມ່ນນັກຮົບເກົ່າຫວຽດນາມ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ ແລະ ສະແດງສິລະປະ ດ້ວຍຫົວເລື່ອງ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ” ເນື່ອງໃນໂອກາດມຸ່ງໄປສູ່ການສະເຫລີມສະຫລອງ 70 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫລະຊີວິດເພື່ອຊາດ (27/7/1947-27/7/2017”. ລາຍການດັ່ງກ່າວເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງບັນດານັກຮົບເກົ່າ, ເປັນຕົ້ນແມ່ນນັກທຸລະກິດຊື່ງແມ່ນບັນດານັກຮົບເກົ່າທີ່ມີຕໍ່ຜູ້ຮ່ວມກົມກອງ, ບັນດາແມ່ຫວຽດນາມ ວິລະຊົນ ທີ່ໄດ້ເສຍເລືອດເນື້ອເຫື່ອແຮງ, ຊັບສິນໃຫ້ແກ່ການຕໍ່ສູ້ຍາດເອົາເອກະລາດ ແລະ ປົກປັກຮັກສາປະເທດຊາດ, ຍ້ອງຍໍສັນລະເສີນບັນດານັກທຸລະກິດຊື່ງແມ່ນນັກຮົບເກົ່າດີເດັ່ນ ໄດ້ມີການປະກອບສ່ວນຫລາຍຢ່າງໃນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ຮ່ວມກົມກອງ, ປະຕິບັດວຽກງານການກຸສົນ, ມະນຸດສະທຳ, ຮັບປະກັນຊີວິດສັງຄົມເປັນຢ່າງດີ. ເນື່ອງໃນໂອກາດນີ້, ບັນດາວິສາຫະກິດ, ນັກອຸປະຖຳ ໄດ້ບໍລິຈາກຈຳນວນເງິນລວມມູນຄ່າ 69 ຕື້ດົງໃຫ້ແກ່ບັນດາອົງການ, ຫົວຫນ່ວຍ, ກອງທຶນປົກປ້ອງເດັກຫວຽດນາມ, ກອງທຶນສົ່ງເສີມການຮຽນຫວຽດນາມ ແລະຫລາຍກອງທຶນອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ