ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະຊີວິດເພື່ອຊາດ


ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະຊີວິດເພື່ອຊາດ - ảnh 1
ລາຍການສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ ນັກຮົບເສຍສະຫຼະ ຊີວິດເພື່ອຊາດ

(vovworld)-  ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2016) ຕອນ​ຄ່ຳ ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ໜູນ​ຊ່ວຍ​ຄອບ​ຄົວ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ​ຫຸ້​ນ​ສ່ວນສາ​ກົນ IMC ຫວຽດ​ນາມ ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ ເພື່ອ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ດ້ວຍ​ຫົວ​ຂໍ້ “ ມອບ​ຊື່​ໃຫ້​ອ້າຍ​ຄືນ ” . ລາ​ຍ​ການ​ແມ່ນ​ການ​ເຄື່ອນ​ໄຫວ​ປະ​ຈຳ​ປີ​ຂອງ​ສະ​ມາ​ຄົມ​ເນື່ອງ​ໃນ​ໂອ​ກາດ ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແນ​ໃສ່​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ, ເຊີດ​ຊູ​ບັນ​ດາ​ນັກ​ຮົບ​ວິ​ລະ​ຊົນ​ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ແມ່​ຫວຽດ​ນາມ​ວິ​ລະ​ຊົນ, ບັນ​ດາ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ມີ​ການ​ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ໜ້າ​ພ້ອມ​ກັບ​ສະ​ມາ​ຄົມ​ໃນ​ການ​ເຄື່ອນ​ໄຫວ “ ຕອບ​ບຸນ​ແທນ​ຄຸນ”
ຂ່າວ/ບົດ​ອື່ນ