ລາຍການສິລະປະໄຂຊຸມວັນວັດທະນະທຳ, ທ່ອງທ່ຽວລາວຢູ່ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 17 ກໍລະກົດ, ທີ່ໂຮງລະຄອນໃຫຍ່ ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການສະແດງສິລະປະໄຂ “ຊຸມວັນວັດທະນະທຳ, ທ່ອງທ່ຽວ ລາວ ຢູ່ ຫວຽດນາມ”. ລາຍການໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ຈັດຕັ້ງ. 
ລາຍການສິລະປະໄຂຊຸມວັນວັດທະນະທຳ, ທ່ອງທ່ຽວລາວຢູ່ ຫວຽດນາມ - ảnh 1 ລາຍການສະແດງສິລະປະທີ່ງານບຸນ

ນີ້ແມ່ນເຫດການສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ -ລາວ. ທ່ານ ພັນຄຳ ວິພາວັນ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງ, ຮອງປະທານປະເທດ ສປປ ລາວ; ທ່ານ ຟ້າມບີ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ, ພ້ອມກັບບັນດາອົງການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນຂອງ 2 ປະເທດເຂົ້າຮ່ວມພິທີ. ກ່າວຄຳເຫັນໄຂງານບຸນ, ທ່ານ ບົວເງິນ ຊາພູວົງ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ໃຫ້ຮູ້ວ່າ:

ເທບພາສາລາວ ທ່ານ ບົວເງິນ ຊາພູວົງ

ລາຍການສິລະປະໄຂຊຸມວັນວັດທະນະທຳ, ທ່ອງທ່ຽວລາວຢູ່ ຫວຽດນາມ - ảnh 2 ບັນດາຜູ້ແທນເຂົ້າຮ່ວມງານບຸນ

        ນະທີ່ນີ້, ທ່ານ ເລແຄ໋ງຫາຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ກ່າວຄຳເຫັນຊົມເຊີຍສັບປະດາ “ຊຸມວັນວັດທະນະ ທ່ອງທ່ຽວ ລາວ ຢູ່ ຫວຽດນາມ”:

        “ຜ່ານບັນດາເຫດການວັດທະນະທຳ, ທ່ອງທ່ຽວຄັ້ງນີ້, ຜູ້ຊົມ ຫວຽດນາມ ແລະ ລາວ ພ້ອມກັບເພື່ອນມິດສາກົນມີໂອກາດເຂົ້າໃຈແຈ້ງກ່ວາກ່ຽວກັບວັດທະນະທຳ ຫວຽດນາມ ແລະ ລາວ ຜ່ານບັນດາລາຍການສະແດງສິລະປະຄື: ຮ້ອງລຳທຳເພງທີ່ເປັນມູນເຊື້ອຂອງ 2 ຊາດ ແລະ ງານວາງສະແດງຮູບຖ່າຍແນະນຳຄວາມງາມຂອງປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຂອງ 2 ປະເທດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການຈັດຕັ້ງບັນດາເຫດການວັດທະນະທຳ, ທ່ອງທ່ຽວ ຫວຽດນາມ ຢູ່ລາວ ແລະ ຊຸມວັນວັດທະນະທຳທ່ອງທ່ຽວລາວ ຢູ່ ຫວຽດນາມ ປີ 2017 ນີ້ ຈະປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ  -ລາວ.”

        ພາຍຫຼັງພິທີໄຂ ແມ່ນລາຍການສະແດງສິລະປະ, ຮ້ອງລຳທຳເພງເວົ້າເຖິງຄວາມສາມັກຄີຢ່າງສະໜິດແໜ້ນ ຂອງ 2 ປະເທດ ຫວຽດນາມ -ລາວ ໂດຍບັນດານັກສິລະປິນລາວ ສະແດງ.

ຕອບກັບ

ຂ່າວ/ບົດ​ອື່ນ