ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ຖະຫວາຍວັນບຸນວິສາຂະບູຊາ Vesak

(VOVWORLD) - ຕອນຄ່ຳວັນທີ 16 ພຶດສະພາ, ຢູ່ ວັດ ຫວຽດນາມກວກຕຶ, ຂະແໜງວັດທະນະທຳສະຫະພັນພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການສະແດງດົນຕີຫົວຂໍ້ວ່າ “ດອກບົວແຫ່ງຄວາມສັກສິດ” ຖະຫວາຍວັນບຸນວິສາຂະບຸຊາ Vesak - ສະຫະປະຊາຊາດ ພສ 2563 - ຄສ 2019. 
ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ຖະຫວາຍວັນບຸນວິສາຂະບູຊາ Vesak - ảnh 1ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ຖະຫວາຍວັນບຸນວິສາຂະບູຊາ Vesak (ພາບ: TTXVN)

ກ່າວຄຳເຫັນທີ່ພິທີໄຂລາຍການສະແດງສິລະປະ, ພະອາຈານໃຫຍ່ ທິກຈິ໊ເຈີນ, ຫົວໜ້າຂະແໜງວັດທະນະທຳສະຫະພັນພຸດທະສາສະໜາຫວຽດນາມ ນະຄອນໂຮ່ຈີມິນ ເນັ້ນໜັກວ່າ: ລາຍການສະແດງດົນຕີ “ດອກບົວແຫ່ງຄວາມສັກສິດ” ມີຄວາມໝາຍຫວນຄືນວັນວິສາຂະບູຊາຂອງພະພຸດທະເຈົ້າ ແລະ ກໍ່ຕັກເຕືອນທຸກຄົນ ຈົ່ງສູ້ຊົນກາຍເປັນດອກບົວບໍລິສຸດ ເພື່ອໃຫ້ທຸກຄົນມີຄວາມສຸກສຳລານ, ບໍລິສຸດຜຸດຜ່ອງ, ສັນຕິພາບຂອງທຸກຄົນ ປະກອບສ່ວນສ້າງໂລກແຫ່ງສັນຕິພາບ, ມີຄວາມສຸກສຳລານ.

        ລາຍການສະແດງດົນຕີໄດ້ຮັບການສະໜັບສະໜູນ, ເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງພຸດທະສາສະນິກກະຊົນນະຄອນໂຮ່ຈີມິນ ເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ